
ດ່ວນ! ຄະນະກວດກາສູນກາງພັກ ປະກາດຮັບສະໝັກສອບເສັງລັດຖະກອນໃໝ່
11th March 2020ກົມຈັດຕັ້ງ-ພະນັກງານ, ຄະນະກວດກາສູນກາງພັກ ປະກາດຮັບສະໝັກນັກສຶກສາທີ່ຮຽນຈົບວິຊາສະເພາະທັງພາຍໃນ ແລະ ຕ່າງປະເທດ 10ສາຂາ ເພື່ອສອບເສັງລັດຖະກອນເປັນພະນັກງານບັນຈຸຢູ່ຂະແໜງການຂອງລັດ ເຊິ່ງຈະເລີ່ມເປີດຂາຍຟອມວັນ 18 ຫາ 20 ມີນານີ້.
ດ້ານວິຊາສະເພາະທີ່ຕ້ອງການລວມມີ: ກົດໝາຍອາຍາ, ກົດໝາຍວ່າດ້ວຍການດໍາເນີນຄະດີ, ກົດໝາຍການປົກຄອງ, ການເມືອງ ແລະ ບໍລິຫານລັດຖະກິດ, ວິຊາການປົກຄອງ, ເສດຖະສາດການພັດທະນາ ແລະ ວາງແຜນ, ການບັນຊີ, ວິສະວະກໍາກໍ່ສ້າງ, ວິສະວະກໍາຂົວທາງ ແລະ ວິຊາຊົນລະປະທານ.

ພາບປະກອບ
ສໍາລັບວັນເວລາຂາຍແບບຟອມແມ່ນກໍານົດເອົາ 3ວັນນີ້ຄື ວັນທີ 18 ມີນາ 2020 ຕອນເຊົ້າເລີ່ມ 9:00ໂມງ ຫາ 11:30 ໂມງ; ຕອນແລງ 14:00 ຫາ 16:00ໂມງ ວິຊາວິສະວະກໍາຂົວທາງ, ວິຊາວິສະວະກໍາກໍ່ສ້າງ ແລະ ວິຊາຊົນລະປະທານ
ວັນທີ 19 ມີນາ 2020 ຕອນເຊົ້າ ເລີ່ມ 9:00ໂມງ ຫາ 11:30 ໂມງ; ຕອນແລງ 14:00 ໂມງ ຫາ 16:00ໂມງ ວິຊາກົດໝາຍອາຍາ, ກົດໝາຍວ່າດ້ວຍການດໍາເນີນຄະດີ; ວິຊາກົດໝາຍການປົກຄອງ; ວິຊາການປົກຄອງ; ວິຊາການເມືອງ ແລະ ບໍລິຫານລັດຖະກິດ.
ວັນທີ 20 ມີນາ 2020 ຕອນເຊົ້າ ເວລາ 9:00 ໂມງ ຫາ 11:30 ໂມງ; ຕອນແລງ 14:00 ໂມງ ຫາ 16:00 ໂມງ ວິຊາການບັນຊີ; ວິຊາເສດຖະສາດພັດທະນາ ແລະ ວາງແຜນ.

ພາບປະກອບ
ສະຖານທີ່ຂາຍຟອມແມ່ນ ສະໂທສອນຄະນະກວດກາສູນກາງພັກ(ຫຼັກ6)