
ເລັ່ງປັບປຸງຂະແໜງອາຊີວະສຶກສາ ເພື່ອແກ້ໄຂການບໍ່ມີວຽກເຮັດງານທຳ
26th December 2019ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ວ່າ: ກະຊວງ ສສກ ກຳລັງເລັ່ງປັບປຸງຂະແໜງອາຊີວະສຶກສາ ເພື່ອແກ້ໄຂບັນຫາການບໍ່ມີວຽກເຮັດງານທຳຂອງນັກຮຽນທີ່ຈົບມັດທະຍົມຕົ້ນ ແລະ ຕອນປາຍ ທີ່ບໍ່ໄດ້ຮຽນຕໍ່ ໂດຍການປັບປຸງຫຼັກສູດໄລ ຍະສັ້ນ ແລະ ໄລຍະຍາວໃຫ້ນັກຮຽນທີ່ບໍ່ຈົບຊັ້ນປະຖົມ ຫຼື ຈົບຊັ້ນປະຖົມ ແລະ ມັດທະຍົມຕົ້ນ ເຊິ່ງໄດ້ເປີດໂອກາດໃຫ້ເຂົາເຈົ້າໄດ້ເຂົ້າມາຮຽນຄືນ ເຊັ່ນ: ໄລຍະ 3 ເດືອນ 6 ເດືອນ 9 ເດືອນ ໂດຍເນັ້ນໃສ່ພາກປະຕິບັດຕົວຈິງ ເປີດຮຽນ-ສອນຢູ່ທຸກໆວິທະຍາໄລເຕັກນິກວິຊາຊີບ ແລະ ຢູ່ບັນດາໂຮງຮຽນໃນແຕ່ລະແຂວງທົ່ວປະເທດ ເຊິ່ງສາມາດເຮັດໃຫ້ນັກຮຽນທີ່ຈົບໄປປະກອບອາຊີບດ້ວຍຕົນເອງ ເປັນຕົ້ນ ຊ່າງຕັດຫຍິບ ການຊ່າງ ສ້ອມແປງ ປຸງແຕ່ງອາຫານ ເສີມຄວາມງາມ ແລະ ປູກຝັງ ລ້ຽງສັດ.
ເມື່ອກ່ອນຄວາມນິຍົມຂອງນັກຮຽນ ແລະ ຜູ້ປົກຄອງ ຫຼື ພໍ່-ແມ່ນັກຮຽນ ຢາກໃຫ້ລູກຮຽນຈົບໄດ້ຮັບໃບປະກາສະນີຍະບັດປະລິນຍາຕີ ຫຼື ລະດັບມະຫາວິທະຍາໄລຂຶ້ນໄປ ເຮັດໃຫ້ຫຼາຍຄົນທີ່ຮຽນຈົບມາບໍ່ມີວຽກເຮັດ ປັດຈຸບັນ ການສົ່ງເສີມວິຊາຊີບເຫັນວ່າ ມີນັກຮຽນເຂົ້າມາສະໝັກຮຽນອາຊີວະຫຼາຍຂຶ້ນ ເຮັດໃຫ້ຫໍພັກນັກສຶກສາບາງບ່ອນບໍ່ພຽງພໍ ເພາະຫຼັງຈາກຮຽນຈົບແລ້ວເຂົາເຈົ້າກໍສາມາດປະກອບອາຊີບໄດ້ເລີຍ ການສົ່ງເສີມວິຊາຊີບໃນຂະແໜງອາຊີວະສຶກສາມີຫຼັກສູດ ການຮຽນ-ການສອນ ເປັນຫຼັກສູດພື້ນຖານ ທີ່ເຮັດໃຫ້ນັກຮຽນອາຊີວະສຶກສາໄດ້ຮຽນ ປັດຈຸບັນ ໄດ້ຮ່ວມມືກັບໂຮງແຮມ ໂຮງງານຕ່າງໆ ສ້າງຫຼັກສູດນຳກັນ ໂດຍສະເພາະ ຮຽນທິດສະດີຢູ່ໂຮງຮຽນແລ້ວ ຕ້ອງໄດ້ປະຕິບັດຕົວຈິງຢູ່ນຳໂຮງງານ ໂຮງແຮມ ແລະ ສະຖານທີ່ປະກອບການຕ່າງໆທີ່ເຂົາເຈົ້າສະໜອງໃຫ້.
ຄຽງຄູ່ກັນນີ້ ຍັງມີສິ່ງທ້າທາຍກ່ຽວກັບວຽກງານອາຊີວະສຶກສາ ເປັນຕົ້ນ ການເຂົ້າຫາແຫຼ່ງທຶນ ໂດຍສະເພາະ ນັກຮຽນທີ່ຈົບໄປ ແຕ່ຈະໄປປະກອບອາຊີບດ້ວຍຕົນເອງ ເຊິ່ງການເຂົ້າຫາແຫຼ່ງທຶນເປັນອຸປະສັກຢ່າງໃຫຍ່ຫຼວງ ບາງຄົນມີທຶນຈາກພໍ່-ແມ່ ແລະ ພີ່ນ້ອງສະໜັບສະໜູນທຶນ ກໍສາມາດເຮັດທຸລະກິດ ຫຼື ປະກອບການໄດ້ ແຕ່ນັກຮຽນທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼີກບໍ່ມີທຶນ ເພື່ອມາປະກອບອາຊີບດ້ວຍຕົນເອງ ເປັນຕົ້ນ ການເຮັດທຸລະກິດຂະໜາດນ້ອຍ ເຖິງຢ່າງໃດກໍຕາມ ພວກເຮົາຈະມີການສິດສອນແບບໃດ ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າຫາແຫຼ່ງທຶນ.
ພາຍຫຼັງເຂົາເຈົ້າຮຽນຈົບແລ້ວ ບໍ່ຕ້ອງກັງວົນເລື່ອງໄປສະໝັກວຽກນຳສຳນັກງານ ອົງການລັດ ຫຼື ເອກະຊົນ ຕ້ອງຄິດວ່າຈະໄປປະກອບການແນວໃດ ແລະ ຈະເຂົ້າຫາແຫຼ່ງທຶນນັ້ນໄດ້ແນວໃດ ສະນັ້ນ ພວກເຮົາຕ້ອງໄດ້ຮ່ວມມືກັບຫຼາຍພາກສ່ວນ ໂດຍສະເພາະ ອົງການຈັດຕັ້ງສາກົນ ເອກະຊົນ ເພື່ອສະໜັບສະໜູນທຶນຮອນ ເຂົ້າໃນຂະແໜງການດັ່ງກ່າວໃຫ້ນັບມື້ມີການພັດທະນາດີຂຶ້ນ ຕອບສະໜອງດ້ານສີມືແຮງງານ ແລະ ການປະກອບອາຊີບດ້ວຍຕົນເອງ ຫຼັງຈາກຈົບການສຶກສາ.
ທີ່ມາ: ໜັງສືພິມວຽງຈັນໃໝ່