
ມື້ນີ້ ນັບຖອຍຫຼັງອີກພຽງບໍ່ເທົ່າໃດຊົ່ວໂມງ! ຖ້າເບິ່ງນໍາກັນ ເດືອນເຕັມດວງຍັບເຂົ້າໃກ້ໂລກທີ່ສຸດໃນຮອບປີ
8th April 2020ຊ່ວງນີ້ໃຜກໍ່ເຄັ່ງຄຽດກັບຂ່າວການລະບາດຂອງພະຍາດປອດອັກເສບສາຍພັນໃໝ່ ເຮົາກໍ່ປ່ຽນບັນຍາກາດມາເບິ່ງຄືນພະຈັນເຕັມດວງດີກວ່າ ເພື່ອພັກສາຍຫູສາຍຕາມາຢູ່ກັບທຳມະຊາດ.
ຕາມສະຖາບັນວິໄຈດາລາສາດສາກົນເຊີນຊວນທຸກຄົນໄດ້ເບິ່ງປະກົດການພະຈັນເຕັມດວງໃກ້ໂລກທີ່ສຸດໃນຮອບປີ ເຊິ່ງຈະປະກົດໃຫ້ເຫັນມື້ອື່ນນີ້ 8ເມສາຕັ້ງແຕ່ເວລາ 17:52ໂມງຫາຕອນເຊົ້າ ມີເວລາໄດ້ເຫັນຍາວນານເລີຍ.
ປະກົດການດັາງກ່າວນີ້ສາມາດສັງໄດ້ດ້ວຍຕາເປົ່າທາງທິດຕາເວັນອອກ ຕາມຂໍ້ມູນໃຫ້ຮູ້ວ່າ ການປະກົດໂຕຂອງດວງຈັນຄັ້ງນີ້ແມ່ນຢູ່ຫ່າງຈາກໜ່ວຍໂລກ 357.022 ກິໂລແມັດຫາກປຽບທຽບກັບດວງຈັນໃນຊ່ວງເວລາປົກກະຕິຈະມີຂະໜາດໃຫຍ່ກວ່າ 7% ແລະສະຫວ່າງກວ່າ16%.
ຖືເປັນປະກົດການດວງຈັນເຕັມດວງທີ່ໃກ້ໂລກທີ່ສຸດໃນຮອບປີ ຖ້າໃຜພາດມື້ອື່ນກໍຕ້ອງລໍຖ້າປີໜ້າ2021 ໃນວັນທີ26ພຶດສະພາຈະມີໄລຍະຫ່າງຈາກໂລກ 357.454 ກິໂລແມັດ