
ໃຜຮູ້ສຶກແນ່! ມື້ວານນີ້ ພົບສັນຍານແຜ່ນດິນໄຫວ 2.9ຣິກເຕີຢູ່ເມືອງ ໄຊສະຖານ ແຂວງໄຊຍະບູລີ
19th April 2020ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານໃນ ມື້ນີ້ ວ່າ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈຳນວນ 1 ຄັ້ງ ຢູ່ບໍລິເວນ ເຂດບ້ານສັນແຕ, ເມືອງໄຊສະຖານ ແຂວງໄຊຍະບູລີ ໃນເວລາ 22 ໂມງ 38 ນາທີ ຂອງ ວັນທີ 18 ເມສາ 2020.
ແຜນດິນໄຫວດັ່ງກ່າວມີຈຸດສູນກາງຢູ່ເສັ້ນແວງທີ່ 19.20 ອົງສາເໜືອ ແລະ ເສັ້ນຂະໜານທີ 101.25 ອົງສາ ຕາເວັນອອກ ຄວາມແຮງສັ່ນສະເທື່ອນວັດແທກໄດ້ 2.9 ຣິກເຕີ ເລິກຈາກໜ້າດິນປະມານ 2 ກິໂລແມັດ, ການເກີດແຜ່ນດິນໄຫວໃນຄັ້ງນີ້ແມ່ນເປັນແຜ່ນດິນໄຫວຂະໜາດນ້ອຍ ບໍ່ມີຜົນເສຍຫາຍ.
ສໍາລັບພະຍາກອນອາກາດປະຈຳວັນທີ 19 ເມສາ 2020 ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຍັງຈະເຮັດໃຫ້ອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ທີ່ມາ: ວຽງຈັນທາຍ