
ຂ່າວດີມາແບບລຽນຕິດ! ມື້ນີ້ ມີຜູ້ປ່ວຍຕິດເຊື້ອໂຄວິດ-19 ໄດ້ອອກໂຮງໝໍເພີ່ມອີກເຖິງ 3ຄົນ
25th April 2020ເປັນຂ່າວດີລຽນຕິດ ສໍາລັບມື້ນີ້ ວັນທີ 25 ເມສາ 2020 ທີ່ຜູ້ປ່ວຍຕິດເຊື້ອໂຄວິດ-19 ໃນ ສປປ ລາວ ໄດ້ຮັບການປິ່ນປົວຫາຍດີ ໄດ້ອອກໂຮງໝໍພ້ອມກັນເຖິງ 2ຄົນ ເຊິ່ງແມ່ນ ພະນັກງານໂຮງແຮມຄລາວພລາຊາ ທີ່ແອັດມິນນໍາສະເໜີໄປກ່ອນໜ້ານີ້ແລ້ວ.
ສ່ວນອີກ 2ກໍລະນີແມ່ນ ພະນັກງານພູເບ້ຍມາຍນິ້ງ ເຊິ່ງເປັນຄົນສັນຊາດປາປົວກີນີ ແລະ ກໍລະນີທີ 15 ເພດຍິງ ອາຍຸ 20 ປີ ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ກໍ່ໄດ້ຮັບການປິ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍໃນມື້ນີ້ ເຊັ່ນດຽວກັນ.
ຕາມຂໍ້ມູນການໂພສຜ່ານສື່ສັງຄົມອອນລາຍຂອງຜູ້ໃຊ້ເຟສສ່ວນຕົວຊື່ Keoleuthsamay Tong Thammalangsy ໃຫ້ຮູ້ວ່າ: ຍິນດີນຳພະນັກງານພູເບ້ຍ Mr Boas ຈາກປາປົວກີນີທີ່ປິ່ນປົວຫາຍດີຈາກໂຄວິດ-19 ລາວຕອບສະຫນອງຕໍ່ການປິ່ນປົວໄດ້ດີ. ຂໍຂອບໃຈແພດຫມໍ, ພະຍາບານ ແລະທີມແພດທຸກຄົນຢູ່ໂຮງຫມໍມິດຕະພາບທີ່ຊ່ວຍເຫລືອເບິ່ງແຍງພະນັກງານຂອງພູເບ້ຍເປັນຢ່າງດີ.
ແນວໃດກໍ່ຕາມແອັດຂໍສະແດງຄວາມຍິນດີກັບຜູ້ປ່ວຍທັງ 3 ທີ່ຫາຍດີຈາກໂລກຮ້າຍນີ້ ແລະ ໄດ້ກັບເຂົ້າສູ່ອ້ອມກອດຂອງຄົນທີ່ຕົນເອງຮັກແລ້ວ.