ຈາລຶກໄວ້ໃນຫົວໃຈຄົນລາວ! ເສັ້ນທາງເດີນຂອງທ່ານ ສີສະຫວາດ ແກ້ວບຸນພັນ ສູ່ການໄດຍົດພົນເອກ 1 ໃນ 3 ຄົນຂອງປະເທດລາວ

ຈາລຶກໄວ້ໃນຫົວໃຈຄົນລາວ! ເສັ້ນທາງເດີນຂອງທ່ານ ສີສະຫວາດ ແກ້ວບຸນພັນ ສູ່ການໄດຍົດພົນເອກ 1 ໃນ 3 ຄົນຂອງປະເທດລາວ

13th May 2020 0 By Education

ທ່ານ ສີສະຫວາດ ແກ້ວບຸນພັນທ່ານ ເຊິ່ງຊື່ເດີມແມ່ນ ອຳຄາ ເກີດເມື່ອວັນທີ 1 ພຶດສະພາ 1928 ທີ່ບ້ານ ຫ້ວຍກະລຶມ ຕາແສງເມືອງປົວ, ເມືອງຊຳເໜືອ ແຂວງຫົວພັນ ທ່ານ ອຳຄາ ມີອ້າຍເອື້ອຍນ້ອງຮ່ວມກັນ 3 ຄົນ ໃນຊີວິດຕອນຍັງເປັນເດັກນ້ອຍ ທ່ານ ອຳຄາ ກໍຄືເດັກນ້ອຍທົ່ວໄປຂອງບ້ານນອກ. ທ່ານອຳຄາ ໄດ້ກຳເນີດໃນຄອບຄົວທີ່ທຸກຍາກ ເປັນຊາວໄຮ່ນາ,  ເມື່ອເພີ່ນມີອາຍຸ 14 ປີ ແມ່ຂອງເພີ່ນກໍ່ໄດ້ເສຍຊີວິດ, ສ່ວນພໍ່ໄດ້ໄປເປັນກຸລີຮັບຈ້າງໃຫ້ຝຣັ່ງ, ແລ້ວປ່ອຍໃຫ້ເພີ່ນຢູ່ກັບນ້າບ່າວ ທີ່ເມືອງປົວ ຕໍ່ມາພໍ່ຂອງເພິ່ນກໍໄດ້ເສຍຊີວິດໄປຍ້ອນໂລກລະບາດ.

ຍ້ອນຄວາມທຸກຍາກຂອງຄອບຄົວ, ນ້າບ່າວທິດອ່ອນເຊິ່ງເປັນນ້ອງຊາຍຂອງແມ່ເພີ່ນ, ໄດ້ສົ່ງເພິ່ນເຂົ້າບວດເປັນຈົວຢູ່ວັດເມືອງປົວ, ເຮັດໃຫ້ເພີ່ນມີໂອກາດໄດ້ສຶກສາທຳມະຮຽນຮູ້ທາງພຸດທະສາດສະໜາ, ໃນຊ່ວງ ເວລາ 3 ເດືອນທີ່ ທ່ານ ອຳຄາ ໄດ້ໃຊ້ຊີວິດເປັນນັກບວດ ທ່ານອຳຄາ ເປັນຄົນອົດທົນດຸໝັ່ນ ໃນແຕ່ລະແລງ ຈົວ ອຳຄາ ມັກມານັ່ງງອຍກຳແພງວັດແລ້ວເລົ່າບົດຮຽນ, ບົດສູດ, ບົດເທດ ອອກມາດັງໆ ຈົນອາຈານໃຫຍ່ທີ່ນັ່ງຢູ່ໃນກຸດຕິແນມເບີ່ງແລ້ວຍິ້ມຫົວ ດ້ວຍຄວາມພໍໃຈ, ຫຼັງຈາກນັ້ນ ທ່ານໄດ້ສິກອອກມາແລ້ວໄດ້ຄໍານໍາໜ້າຊື່ວ່າ: ຊຽງອຳຄາ.

ໃນປີ 1945 ທ່ານ ຊຽງອຳຄາ ມີອາຍຸໄດ້ 17 ປີ ທ່ານໄດ້ເຂົ້າໄປເປັນທະທານ, ເຊິ່ງວຽກທຳອິດຂອງທ່ານ ຊຽງອຳຄາ ກໍຄື ໄດ້ເປັນອ້າຍລ້ຽງປະຈຳກອງຮ້ອຍ ໃນເວລາເຄື່ອນກຳລັງກໍ່ໄດ້ຕິດຕາມຂະບວນໄປນຳທຸກບ່ອນເຊິ່ງຕໍ່ມາໄດ້ຮັບມອບໝາຍໃຫ້ເປັນຄົນໃກ້ຊິດຫົວໜ້າ. ໃນເວລານັ້ນກອງຮ້ອຍທີ່ສັງກັດຢູ່ມີໜ້າທີ່ເຄື່ອນໄຫວຢູ່ຂອບເຂດບ້ານ ນາຮາມ, ຕາແສງເມືອງ ພູນ, ເມືອງ ໂສຍ ຕໍ່ມາ ທ່ານຊຽງອຳຄາ ໄດ້ສືບຕໍ່ຮຽນໜັງສື, ຮຽນເລກ, ຮຽນໜັງສືຫວຽດນາມນຳສະຫາຍອາສາສະໝັກຫວຽດນາມນຳອີກ. ນອກຈາກນັ້ນຍັງໄດ້ຮຽນສີລະປະໃນການຕໍ່ສູ້ຈົນສາມາດສອບເສັງໄດ້ທີ 1.

ໃນປີ 1947 ທ່ານ ຊຽງອຳຄາ ໄດ້ຮັບຍ້ອງຍໍຈາກກອງພັນໃຫຍ່ 52, ປີ 1948 ທ່ານໄດ້ຮັບນາມມະຍົດຈາກເພື່ອນສະຫາຍວ່າ: ທ່ານ “ຊຽງອຳຄາ ຜູ້ກ້າຫານ”.

ຫຼັງຈາກນັ້ນກໍ່ໄດ້ເດີນທາງໄປພົບ ທ່ານ ໄກສອນ ພົມວິຫານ ໂດຍໃນຄະນະທີ່ຖືກຄັດເລືອກໄປນັ້ນ ມີຄື ທ່ານ ຊຽງອຳຄາ, ທ່ານຄຳພັນ, ທ່ານ ແຢ້ວ ຈຸດປະສົງແມ່ນເພື່ອຮ່ຳຮຽນທິດສະດີການເມືອງ ຫຼື ທິດສະດີມາກ-ເລນິນ ທີ່ຈະໄດ້ເອົາມານຳໃຊ້ ນຳພາປວງຊົນລາວທັງຊາດຕໍ່ສູ້ກູ້ຊາດຕໍ່ໄປ.

ຫຼັງຈາກໄດ້ຮ່ຳຮຽນການເມືອງເປັນເວລາ 3 ເດືອນນຳ ທ່ານ ໄກສອນ ພົມວິຫານ ແລ້ວ ຍ້ອນຄວາມສະນິດສະໜົມຄວາມຮັກແພງຂອງພວກເພີ່ນຈຶ່ງໄດ້ປ່ຽນຊື່ຈາກ ຊຽງອຳຄາ ມາເປັນ ສີສະຫວາດ ເພາະ ທ່ານ ໄກສອນ ພົມວິຫານ ເຫັນວ່າ ເປັນຄົນສະຫຼາດຫຼັກແຫຼມວ່ອງໄວ, ສ່ວນທ່ານ ແຢ້ວ ເພີ່ນກໍປ່ຽນຊື່ເປັນທ່ານ ຄຳມູນ.

ໃນກາງປີ 1948 ທ່ານ ນາງ ຄຳຫຼ້າ (ພັນລະຍາຂອງທ່ານສີສະຫວາດ) ໄດ້ໄປເຮັດໄຮ່ຢູ່ເທິງພູ ແລ້ວໄດ້ພົບກັບພະນັກງານຂົນຂວາຍທາງລັບຂອງກອງຕະລຸມບອນພາກເໜືອ ເຊິ່ງນຳໂດຍທ່ານ ໄກສອນ ພົມວິຫານ ເຂົາເຈົ້າໄດ້ຊີ້ໃຫ້ເຫັນເຖິງຄວາມທຸກຍາກລຳບາກຂອງປະຊາຊົນບັນດາເຜົ່າ. ໂດຍສະເພາະແມ່ນ ແມ່ຍິງທີ່ຖືກກົດຂີ່ຂູດຮີດຈາກພວກຈັກກະພັດ ແລະ ລູກແຫຼ້ງຕີນມື. ດັ່ງນັ້ນ ທ່ານນາງ ຄຳຫຼ້າ ຈຶ່ງໄດ້ຮັບເປັນພະນັກງານສືບຂ່າວ ແລະ ຂົນຂວາຍທາງລັບ.

ທ່ານນາງ ຄຳຫຼ້າ ໄດ້ຖືກແຕ່ງຕັ້ງໃຫ້ເຮັດໜ້າທີ່ສືບຂ່າວປິດທະຫານຝຣັ່ງ ຢູ່ຊຽງຄໍ້ ຫຼັງຈາກເກັບກໍາສະພາບໄດ້ລະອຽດແລ້ວ ທ່ານ ນາງຄຳຫຼ້າ ໄດ້ໄປລາຍງານໃຫ້ ທ່ານ ໄກສອນ ພົມວິຫານ ເຊິ່ງທ່ານກໍ່ໄດ້ວາງແຜນບຸກຕີຢຶດປົດທະຫານຝຣັ່ງຢູ່ຊຽງຄໍ້, ນຳເອົາທະຫານລາວ ແລະ ຢຶດອາວຸດຈຳນວນໜຶ່ງຂຶ້ນໄປຖ້ຳແມ ເພື່ອຈັດຕັ້ງກອງຮ້ອຍລາດຊະວົງໃນວັນທີ 20 ມັງກອນ ປີ 1949.

ໃນວັນທີ 20 ມັງກອນ 1949 ໄດ້ສ້າງຕັ້ງກອງຮ້ອຍລາດສະວົງຂຶ້ນ ໂດຍແມ່ນທ່ານ ໄກສອນ ພົມວິຫານ ເປັນຫົວໜ້າຊີ້ນຳລວມ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າການເມືອງກອງຮ້ອຍ, ຫຼັງຈາກສ້າງກອງຮ້ອຍລາດສະວົງແລ້ວ ກໍໄດ້ນຳພາກອງຮ້ອຍໄປຮ່ຳຮຽນທີ່ຫວຽດນາມເພື່ອຝຶກແອບວິຊາການທະຫານ ແລະ ການເມືອງ.

ໃນວັນທີ 13-15 ສິງຫາ ປີ 1950 ທ່ານ ສີສະຫວາດ ແກ້ວບຸນພັນ ໄດ້ເຂົ້າຮ່ວມກອງປະຊຸມແນວລາວຕໍ່ຕ້ານທົ່ວປະເທດ.

ໃນຕົ້ນປີ 1954 ທ່ານ ສີສະຫວາດ ແກ້ວບຸນພັນ ໄດ້ໄປຮຽນການເມືອງຢູ່ໂຮງຮຽນ ຫວຽດປັກຖ່າຍຫງຽນ ປະເທດຫວຽດນາມ; ປີ 1954 ທ່ານໄດ້ໄປຮຽນການເມືອງຢູ່ຮ່າໂນ້ຍ ປະເທດຫວຽດນາມ; ວັນທີ 22 ມີນາ 1955 ທ່ານໄດ້ເຂົ້າຮ່ວມກອງປະຊຸມແນວລາວຮັກຊາດຄັ້ງທຳອິດ.

ມາຮອດເດືອນ ມິຖຸນາ ປີ 1956 ທ່ານ ສີສະຫວາດ ແກ້ວບຸນພັນ ແລະ ທ່ານນາງ ຄຳຫຼ້າ ໄດ້ຕົກລົງປົງໃຈກັນວ່າຈະແຕ່ງງານກັນ ຈິ່ງສະເໜີຂໍແຕ່ງງານນຳການຈັດຕັ້ງຫຼັງຈາກໄດ້ຮັບອະນຸຍາດຈາກການຈັດຕັ້ງ ເພື່ອເມື່ອແຕ່ງງານຢູ່ບ້ານ ຊຽງຄໍ້ ເມືອງ ຊຽງຄໍ້ ແຂວງ ຫົວພັນ ຫຼັງຈາກແຕ່ງງານແລ້ວພວກທ່ານກໍມີລູກນຳກັນ 4 ຄົນ ຄື: ທ່ານ ນາງ ຊຳສີວັດ ແກ້ວບຸນພັນ. ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ, ທ່ານ ດຣ ນາງ ຂັນລາສີ ແກ້ວບຸພັນ ແລະ ທ່ານນາງ ພອນສີດາ ແກ້ວບຸນພັນ.

ໃນປີ 1959 ທ່ານ ສີສະຫວາດ ກ້ວບຸນພັນ ໄດ້ເຂົ້າຮ່ວມກອງປະຊຸມເປີດກວ້າງຂອງຄະນະພັກການທະຫານສູນກາງ, ວາງແນວທາງຕໍ່ຕ້ານຈັກກະພັດອາເມລິກາ, ປີ 1960 ທ່ານໄດ້ເປັນຄະນະພັກການທະຫານສູນກາງ, ປີ 1964 ທ່ານໄດ້ເຂົ້າຮ່ວມກອງປະຊຸມແນວລາວຮັກຊາດ. ປີ 1969 ທ່ານໄດ້ເຂົ້າຮ່ວມກອງປະຊຸມນັກຮົມແຂ່ງຂັນທົ່ວປະເທດ, ຫຼັງຈາກນັ້ນໄດ້ເດີນທາງໄປຢ້ຽມຢາມສາທາລະນະລັດປະຊາຊົນຈີນ.

ໃນວັນທີ 3 ກຸມພາ ປີ 1972 ທ່ານໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ພັກຄັ້ງທີ II ໃນກອງປະຊຸມໃຫຍ່ຄັ້ງນີ້, ໄດ້ປ່ຽນ “ພັກປະຊາຊົນລາວ” ມາເປັນ “ພັກປະຊາຊົນປະຕິວັດລາວ”.

ປີ 1972-1987 ທ່ານໄດ້ເປັນຄະນະຮາກຖານການທະຫານສູນກາງ; ປີ 1979 ທ່ານໄດ້ເຂົ້າຮ່ວມກອງປະຊຸມນັກຮົມແຂ່ງຂັນ; ປີ 1976-1987 ທ່ານ ໄດ້ເປັນຄະນະພັກການທະຫານສູນກາງ; ໃນວັນທີ 29 ພະຈິກ 1980 ທ່ານໄດ້ປະດັບຊັ້ນພົນເອກ ແລະ ປີ 1982 ທ່ານໄດ້ເຂົ້າຮ່ວມກອງປະຊຸມຄະນະພັກການທະຫານສູນກາງ.

ປີ 1975-1991 ທ່ານໄດ້ຮັບໜ້າທີ່ເປັນລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ເປັນລັດຖະມົນຕີກະຊວງພາຍໃນ ແລະ ເປັນປະທານປົກຄອງນະຄອນຫຼວງວຽງຈັນ; ປີ 1991-1996 ເປັນລັດຖະມົນຕີິ ກະຊວງກະສິກຳ ແລະ ປ່າໄມ້; ປີ 1996-1998 ເປັນຮອງປະທານປະເທດ; ປີ 1998-2001 ເປັນນາຍົກລັດຖະມົນຕີ; ປີ 2001-2011 ເປັນປະທານ ສູນກາງແນວລາວສ້າງຊາດ ແລະ ປີ 2011 ທ່ານໄດ້ອອກພັກວຽກບຳນານ ໃນໄວ 83 ປີ ແລະ ສຸດທ້າຍທ່ານໄດ້ເສຍຊີວິດລົງໃນວັນທີ 12 ພຶດສະພາ 2020 ໃນໄວ 92 ປີ.

ຂໍ້ມູນຈາກ: ກະຊວງປ້ອງກັນປະເທດ