
ແພງເດຫຼ້າເອີຍ! ອົດອອມທ້ອນເງິນໄດ້ໃບພັນກີບເປັນຕັບ ເພື່ອຊື້ໂທລະສັບ
1st November 2020ນັບວ່າເປັນເລື່ອງລາວເຫດການທີ່ໜ້າປະທັບໃຈຫຼາຍ ແລະ ແອັດເຊື່ອວ່າທ່ານໃດທີ່ພົບເຫັນກໍ່ຈະຄິດບໍ່ຕ່າງຈາກແອັດ ເມື່ອສາວນ້ອຍໄວໃສ ຕັ້ງໃຈເກັບທ້ອນເງິນຊື້ໂທລະສັບດ້ວຍຕົນເອງ
ໂດຍຜູ້ໃຊ້ເຟສບຸກຊື່ มีพอน ลินพูมีไช ໄດ້ໂພສພາບພ້ອມຂໍ້ຄວາມຜ່ານເຟສບຸກສ່ວນຕົວຕົນເອງວ່າ: ຕາແພງເດທ້ອນເງີນ8ເດືອນເພືອມາຊື້ໂທລະສັບ OPPO A31 ລາຄາ 1.899.000 ມີລູກສອນລູກມີຫລານສອນຫລານເດີໃຫ້ເກັບອອມໄວ້ແຕ່ນ້ອຍຍາກໄດ້ອັນເດີຊື້ເອົາ.
ແນວໃດກໍ່ຕາມ ເລື່ອງລາວຂອງສາວນ້ອຍຄົນນີ້ ຖືເປັນອີກບົດຮຽນ ຫຼື ຂໍ້ຄິດດີໆ ຝາກໃຫ້ທຸກຄົນໄດ້ຕະໜັກເຖິງການອົດອອມ ຮູ້ອົດຮູ້ເກັບ ຫາກໃຜເຮັດໄດ້ ອະນາຄົດຂ້າງໜ້າບໍ່ລໍາບາກແນ່ນອນ