
ໂອໂຢ! ເຮັດໂຫດແທ້ບ່າວ ບຸກດ່ຽວລັກງົວເປັນໂຕ ສຸດທ້າຍໜີບໍ່ລອດ…ງົວໃຜໄປຕິດຕໍ່ເອົາເດີ້
9th December 2020ມີມາໃຫ້ເຫັນຢູ່ຕະຫຼອດ ສໍາລັບປະກົດການຫຍໍ້ທໍ້ ໂດຍສະເພາະ ໂຈນຜູ້ຮ້າຍເລາະລັກເຄື່ອງຂອງຄົນອື່ນແບບບໍ່ຢ້ານກົວ ດັ່ງເຫດການຫຼ້າສຸດ ຊາຍໄວກາງຄົນກໍ່ເຫດລັກງົວຊາວບ້ານແຕ່ໜີບໍ່ລອດ ຖືກປະຊາຊົນຈັບໄດ້ພ້ອມຂອງກາງ.
ຜູ້ໃຊ້ເຟສບຸກທ່ານໜຶ່ງ ໄດ້ໂພສເລື່ອງລາວໄວ້ວ່າ: ຈັບໂຈນລັກງົວ ງົວໃຜມາພົວພັນເອົາ ປະຊາຊົນສາມາດຈັບໄດ້ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງວຽງຈັນ ມື້ວັນທີ 9/12/2020.
ຍຶດຂອງກາງໄດ້ຕາມຮູບພາບ ນາຍບ້ານ ແລະ ຕຳຫຼວດກຸ່ມກຳລັງສືບສວນສອບສວນ ເພື່ອສົ່ງມອບໃຫ້ ປກສ ເມືອງໄຊທານີ