
ຈຳເປັນຫຼືບໍ ປ້ອງກັນໄວຣັສໂຄໂຣນ່າຕ້ອງໃຊ້ຜ້າອັດປາກກັນຝຸ່ນ PM2,5?
3rd February 2020ຜ້າອັດປາກຕອນນີ້ບໍ່ພຽງໃຊ້ກັນຝຸ່ນເທົ່ານັ້ນ ແຕ່ຍັງກາຍເປັນທຸລະກິດທີ່ນັກຂາຍທັງຫຼາຍເອົາມາເກງກຳໄລກັນສະຫນັ່ນຫວັ່ນໄຫວ ຮ້າຍແຮງໄປກວ່ານັ້ນ ຜູ້ຊົມໃຊ້ມີຄຳຖາມກັບມາ ຕົກລົງຈະໃຊ້ແບບທຳມະດາ ຫຼື ຜ້າອັດປາກ N95 ດີກວ່າ?
ອີງຕາມແຫລ່ງຂ່າວ,ບີບີຊີໄທໃຫ້ຮູ້ວ່າ, ການໃສ່ຜ້າອັດປາກເພື່ອປ້ອງກັນຝຸ່ນ PM 2.5 ນັ້ນ ຕ້ອງໃຊ້ N95 ເພາະແບບທຳມະດາຈະສາມາດປ້ອງກັນຝຸ່ນໄດ້ພຽງບາງສ່ວນ ຫຼື ປະມາານ 30% ເທົ່ານັ້ນ.
ແຕ່ຜ້າອັດປາກ N95 ຈະເຮັດໃຫ້ຜູ້ໃສ່ຮູ້ສຶກອຶດອັດ ຫາຍໃຈບໍ່ສະດວກ ເນື່ອງຈາກມີຄວາມໜາ. ດັ່ງນັ້ນ, ຖ້າໃສ່ເພື່ອປ້ອງກັນເຊື້ອໄວຣັສ ແມ່ນແນະນຳໃຫ້ໃຊ້ຜ້າອັດປາກແບບທຳມະດາ ຊຶ່ງຈະໃສ່ສະບາຍກວ່າ ແລະ ສາມາດປ້ອງກັນເຊື້ອໄວຣັສໂຄໂຣນາໄດ້.
ຍາມນີ້ອຶດຫຼາຍຖ້າຊັກແລ້ວໃຊ້ຊໍ້າໄດ້ບໍ່?
ທາງການແພດໃຫ້ຮູ້ວ່າ, ຜ້າອັດປາກທຳມະດາ ທີ່ເຮັດຈາກເສັ້ນໄຍສັງເຄາະຖ້າຊັກແລ້ວຈະເອົາມາໃຊ້ບໍ່ໄດ້ ເພາະທັນທີທີ່ຖືກຊັກເສັ້ນໄຍທີ່ນຳມາຖັກເປັນຜ້າອັດປາກຈະເສຍຄຸນນະພາບໃນການປ້ອງກັນເຊື້ອພະຍາດ ອີກທັງຍັງເປັນຂຸຍ ຖ້າໃຊ້ຊໍ້າຈະເຮັດໃຫ້ຫາຍໃຈເອົາຂຸຍແພເຂົ້າໄປນຳ.
ຫາກໃຊ້ຜ້າອັດປາກທີ່ເຮັດຈາກແພກໍ່ຕ້ອງເບິ່ງໃຫ້ດີກ່ອນວ່າ,ແພທີ່ນຳມາເຮັດນັ້ນມີຄວາມໜາທີ່ເໝາະສົມຫຼືບໍ່?. ນອກຈາກນີ້, ການຕັດຫຍິບຈະຕ້ອງໃຫ້ມີຂະໜາດພໍດີກັບຮູບໜ້າ ເພື່ອປ້ອງກັນໄດ້ດີທີ່ສຸດ.
ດຣ. ເດວິດ ແຄຣິງຕັນ ຈາກວິທະຍາໄລແພດສາດ ມະຫາວິທະຍາໄລ ລອນດອນ ບອກກັບສຳນັກຂ່າວບີບີຊີວ່າ “ຜ້າອັດປາກແບບທຳມະດາທີ່ຄົນທົ່ວໄປໃຊ້ນັ້ນ ບໍ່ສາມາດປ້ອງກັນເຊື້ອໄວຣັສ ຫຼື ເຊື້ອແບັກທີເຣຍທີ່ແຜ່ຢູ່ໃນອາກາດໄດ້ຢ່າງມີປະສິດທິພາບ ເນື່ອງຈາກຜ້າອັດປາກນີ້ອາດຈະຫລົມຈົນເກີນໄປ ແລະ ບໍ່ມີແນວກອງອາກາດ ພ້ອມຍັງບໍ່ສາມາດປ້ອງກັນຫນ່ວຍຕາໄດ້.
ແຕ່ຜ້າອັດປາກແບບນີ້ກໍ່ຊ່ວຍຫຼຸດຄວາມສ່ຽງຈາກການຕິດເຊື້ອໄວຣັສຈາກການໄອ ຫຼື ຈາມ ແລະ ຕິດເຊື້ອຈາກມືສູ່ປາກໄດ້ໃນລະດັບໜຶ່ງເທົ່ານັ້ນ”.