
ເຟສບຸກເປີດໂຕເຄື່ອງມືໃໝ່ຊ່ອງເກັບພາບໃນກູໂກລ
4th December 2019ໃນວັນທີ 2 ທັນວາຜ່ານມານີ້ ທາງເຟສບຸກໄດ້ເປີດຕົວເຄື່ອງມືໃໝ່ທີ່ຊ່ວຍໃຫ້ຜູ້ໃຊ້ສາມາດໂອນຮູບພາບໄປຈັດເກັບໃນ Google Photos ໄດ້ໂດຍກົງ ເຊິ່ງຈະມີປະໂຫຍດສຳລັບຄົນທີ່ບໍ່ໄດ້ກຳນົດການສຳຮອງຮູບພາບ ຖ່າຍຈາກສະມາດໂຟນໄປເກັບໂດຍອັດຕະໂນມັດ ພຽງແຕ່ເປັນຜູ້ໃຊ້ເຟສບຸກ ແລະ Google Photos ກໍສາມາດສຳຮອງຮູບພາບທີ່ເອົາລົງໃນເຟສບຸ໊ກໄປເກັບໄວ້ໃນ Google Photos ໄດ້.
ໃນໄລຍະທີ່ຜ່ານມາການບໍລິການຂອງເຟສບຸກ ຈະເປີດໃຫ້ຜູ້ໃຊ້ເຂົ້າໄປດາວໂຫຼດຮູບພາບ, ຂໍ້ມູນສ່ວນຕົວໄດ້ ແຕ່ມັນຈະສະດວກຂຶ້ນເມື່ອມີເຄື່ອງມືໃຫ້ຜູ້ໃຊ້ສາມາດດາວໂຫຼດຮູບພາບທີ່ເອົາລົງໃນ ເຟສບຸກໄປບໍລິການສຳຮອງຂໍ້ມູນໄດ້. ເຄື່ອງມືນີ້ໄດ້ເປີດໂຕໃຫ້ໃຊ້ງານຄັ້ງທຳອິດໃນປະເທດIreland ກ່ອນແລ້ວຫຼັງຈາກນັ້ນ ຈິ່ງຂະຫຍາຍສູ່ຜູ້ໃຊ້ທົ່ວໂລກໃນຕົ້ນປີ 2020.
ເຄື່ອງມືຖ່າຍໂອນຮູບພາບໄດ້ພັດທະນາຂຶ້ນຈາກການຮ່ວມມືໃນໂຄງການຖ່າຍໂອນຂໍ້ມູນແບບບໍ່ຈຳກັດ ໃນນັ້ນມີຜູ້ເຂົ້າຮ່ວມ ເຊັ່ນ: Apple, Google, Microsoft, Twitter ແລະ ອື່ນໆ ໂດຍຈະເລີ່ມຕົ້ນເປີດໃຫ້ບໍລິການ Google Photos ກ່ອນ ແລ້ວຈຶ່ງຄ່ອຍຂະຫຍາຍສູ່ບໍລິການສຳຮອງຂໍ້ມູນຂອງເຄືອຂ່າຍອື່ນໃນອະນາຄົດ.
ໃນປັດຈຸບັນເຟສບຸກ ຈະເລີ່ມທົດລອງໃນ Ireland ກ່ອນ ເພື່ອຮັບຄຳຕຳໜິຕິຊົມຈາກຜູ້ໃຊ້ ຫຼັງຈາກນັ້ນຈິ່ງຄ່ອຍໆປັບປຸງໃຫ້ດີຂຶ້ນຕາມຄຳແນະນຳຈາກຜູ້ໃຊ້ງານຕໍ່ໄປ.