
ບີບຫົວໃຈສຸດໆ ເມື່ອນ້ອງມະລິບອກວ່າ ຢາກກັບໄປເກີດໃໝ່ ຈະໄດ້ມີພໍ່ອີກຄັ້ງ ອາໄລປີທີ 5 ການຈາກໄປ ຂອງ ດາລານັກຮ້ອງ ປໍ ທິດສະດີ
19th January 2021ນັບວ່າເປັນຂ່າວເສົ້າໃນວົງການບັນເທີງໄທ ແລະ ລາວນຳ ສາລັບແຟນຄັບ ດາລາ ໜຸ່ມຫຼໍ່ ປໍ ທິດສະດີ ດາລານັກສະແດງດັງໄທ ເມື່ອ 5 ປີ ກ່ອນ ໄດ້ຈາກພວກເຮົາໄປຍ້ອນເປັນໄຂ້ເລືອດອອກ ໂດຍມີພັນລະຍາ ໂບ ແວນດາ ແລະ ລູກສາວໜຶ່ງຄົນ ນ້ອງ ມະລິ ທີ່ຕອນນີ້ກຳລັງໃຫຍ່
.
ທຸກໆປີ ເມື່ອຮອດວັນຄົບຮອບການຈາກໄປຂອງ ໜຸ່ມ ປໍ ແມ່ໂບ ແລະ ນ້ອງ ມະລິ ກໍເຮັດບຸນຫາເປັນປະຈຳ ໂດຍປີນີ້ເປັນປີທີ 5 (18 ມັງກອນ 2021)
.
ປີນີ້ ແມ່ໂບ ນິມົນ ພະສົງມາເຮັດບຸນທີ່ເຮືອນຍ່ານລາດພ້າວ ເພື່ອອຸທິດສ່ວນກຸສົນໃຫ້ ຫຼັງຈາກແລ້ວພິທີ ແມ່ໂບໄດ້ເປີດໃຈກັບສື່ຂ່າວ ເຖິງການສູນເສຍສາມີ ຜ່ານມາ 5 ປີ
ພ້ອມໄດ້ເລົ່າໂມເມັນທີ່ ນ້ອງ ມະລິ ລູກສາວ ຮ້ອງໄຫ້ ແລະ ບອກວ່າ ຢາກກັບໄປເກີດໃໝ່ ຈະໄດ້ມີພໍ່ອີກຄັ້ງ ບອກເລີຍ ບີບຫົວໃຈຄົນເປັນແມ່ສຸດໆ
.
ທັ້ງນີ້ມັນດາໝູ່ເພື່ອນ ແຟນຄັບຕ່າງກໍມາເມັ້ນ ໃຫ້ກຳລັງໃຈ 2 ແມ່ລູກຢ່າງລົ້ນຫຼາຍ
.