
ຊານະ ມະນີຜົນ ເບີ 17 ສານຕໍ່ຄວາມຝັນ ລຸ້ນແຊ້ມລີກສູງສຸດຂອງປະເທດລາວ ກັບ ລາວ ໂຕໂຢຕ້າ ເອຟຊີ ແຟນໆຖ້າຕິດຕາມ
22nd January 2021ເຖິງຈະບໍ່ໄດ້ແຊັ້ມໃນລາຍການ ຊິງຂັນວັນຊາດ 2 ທັນວາ ຄົບຮອບ 45 ປີ ກັບທີມແຂວງ ຫຼວງພະບາງ
ແຕ່ຈະມາເພື່ອລຸ້ນແຊ້ມລີກສູງສຸດຂອງປະເທດລາວ ກັບ ລາວ ໂຕໂຢຕ້າ ເອຟຊີ
ການເຊັນສັນຍາຢ່າງເປັນທາງການ ກັບດາວຮຸ່ງຈາກແຂວງຫຼວງພະບາງ SANA MANIPHON No.17 ສະໂມສອນພ້ອມພັກດັນ ແລະ ໃຫ້ໂອກາດສຳຫລັບນັກເຕະພະລັງໜຸ່ມ ທີມຊາດຊຸດ U19 ໂດຍ SANA MANIPHON ຈະສວມເສື້ອໜາຍເລກ 17 ເພື່ອລຸຍລາວລີກ1 ຂອງລະດູການ 2021.
ປະຫວັດຂອງນັກເຕະ ຊື່ : ຊານະ ມະນີຜົນ (ນະ) ອາຍຸ : 17 ປີ ເກີດ : 09/12/03 ປັດຈຸບັນກຳລັງສຶກສາຢູ່ ມະຫາວິທະຍາໄລເເຫ່ງຊາດປີທີ1
ເລີ່ມເຕະບານຕອນອາຍຸ 10ປີ
2014-2019 : ຢູ່ອາຄາເດມີ້ຫຼວງພະບາງ.
2020 : ນັກກິລາທີມເເຂວງຫຼວງພະບາງ (ຊຸດນັກຮຽນ).
ທີມຊາດລາວ U19 (ຮອບຄັດເລືອກ35ຄົນ).
ນັກກິລາທີມເເຂວງຫຼວງພະບາງ (ຊຸດຊິງຂັນວັນຊາດ 2 ທັນວາ
ຄົບຮອບ 45ປີ ທີ່ ກຳແພງນະຄອນຫຼວງວຽງຈັນ )
ເຊິ່ງຜົນງານດ້ານການບັນເທີງ ຫວ່າງບໍ່ດົນມານີ້ກໍມີຜົນງານກາງສະແດງເອັມວີເພງ “ຈັກມັນເປັນແນວເລີ” ຂອງ ສິລິພອນ ສີປະເສີດ .ft ໝໍລຳຊຽງສະຫວັນ ຄັ້ງນີ້ສະແດງຄູ່ກັບ ໄອດໍ້ສາວຜູ້ໄທ ກີ້