
ດີໃຈນຳ ເຈນນີ່ ໄດ້ໝົດຖ້າສົດຊື່ນ ຖືກແຟນໜຸ່ມ ຂໍແຕ່ງດອງແລ້ວ
1st February 2021ເຈນນີ່ ໄດ້ໝົດຖ້າສົດຊື່ນ ຖືກຂໍແຕ່ງດອງແລ້ວ ກຽມໂຕເປັນເຈົ້າສາວປ້າຍແດງ
ຂ່າວຫວານໆຕ້ອນຮັບເດືອນແຫ່ງຄວາມຮັກ ເມື່ອແຟນໜຸ່ມຂອງ ເຈນນີ່ ໄດ້ໝົດ ຖ້າສົດຊື່ນ ຖືກແຟນໜຸ່ມເຊີໄພ້ ຂໍແຕ່ງດອງ ຫຼັງຜ່ານຜ່າອຸປະສັກ, ວິກິດເລື່ອງຕ່າງໆມານຳກັນ
ນັກຮ້ອງສາວລູກທົ່ງແດນໃຕ້ໄທ ເຈນນີ້ ໄດ້ໝົດຖ້າສົດຊື່ນ ກັບແຟນໜຸ່ມ ເນເງິນ ເຈຕະລິນ ທີ່ຫຼ້າສຸດໄດ້ໂພສມືຂ້າງຊ້າຍ ທີ່ນິ້ວນາງມີແຫວນເພັດສວມຢູ່ ພ້ອມກັບຂໍ້ຄວາມວ່າ
“ເຈນ … ແຕ່ງງານກັນນະ”
ຕັ້ງແຕ່ເກີດມາ ບໍ່ຄິດວ່າຊິມີເຊີໄພ້ທີ່ໜ້າຕົກໃຈຂະໜາດນີ້ ຂອບໃຈເດີ້ , ຂອບໃຈແມ່, ເນ: ລິນລີ້ ຄອບໃຈຄອບຄົວ DM ຂອບໃຈທຸກຄົນທີ່ຮ່ວມເຊີໄພ້ຄັ້ງນີ້ ທັງດີໃຈ ຮ້ອງໄຫ້ໜັກ ຫຼາຍຄົນທັກໜູວ່າຢ່າຟ້າວແຕ່ງ ຊ່ວງນີ້ເປັນຊ່ວງກອບໂກຍ ຫາເງິນ ສຳລັບໜູ ມີຄົບທຸກຢ່າງແລ້ວ ສິ່ງຕໍ່ໄປທີ່ໜູຕ້ອງການຄືຄອບຄົວທີ່ຽໜ້າຮັກ ເພາະນັ້ນຄືຄວາມຝັນທີ່ຍັງບໍ່ສຳເລັດເທື່ອ ເພາະນັ່ນຄືອີກຄືອີກ ຄວາມຝັນທີ່ຍັງບໍ່ທັນສຳເລັດ
ແຕ່ຍັງຄົງຮັບງານປົກກະຕິ ທຸກຄົນຢ່າຖິ້ມເຈນນີ້ເດີ້ ງານທຸກຢ່າງຍັງຄົງເຕັມທີ່ ກັບເນທີ່ຜ່ານຫຍັງນຳກັນມາຫຼາຍ ເຂົາຄືຄົນທີ່ເຮັດໃຫ້ເຮົາຮູ້ສຶກດີສະເໝີ ແລະ ເຈນນີ່ຈະເຮັດໜ້າທີ່ນີ້ໃຫ້ດີທີ່ສຸດ
ທັງນີ້ຂໍສະແດງຄວາມດີໃຈນຳເດີ້