
ອຸທາຫອນ! ປ່ອຍເດັກນ້ອຍໄປສຽບປັກໄຟເອງ ຖືກໄຟຊັອດ ມືໄໝ້ ຕາອິຕົນເດ
25th February 2021ເປັນອີກອຸທາຫອນເຕືອນສະຕິຜູ້ປົກຄອງທັງຫຼາຍ ຢ່າປ່ອຍເດັກນ້ອຍຫຼິ້ນກັບໄຟຟ້າ ຫຼື ເຫຼີງໃຈໃຫ້ພວກເຂົາປັບປ່ຽນໃຊ້ງານເອງ ບໍ່ດັ່ງນັ້ນ ລູກຂອງທ່ານອາດໂຊກຮ້າຍຄືດັ່ງກໍລະນີນີ້.
ເຫດການທີ່ແອັດຈະກ່າວເຖິງນີ້ແມ່ນເກີດຂຶ້ນທີ່ປະເທດມາເລເຊຍ ໂດຍເດັກສາວອາຍຸ 7ປີ ສຽບປັກໄຟດ້ວຍຕົນເອງ ເປັນເຫດຖືກໄຟຊັອດ ໂຊກດີທີ່ບໍ່ເຖິງຂັ້ນເສຍຊີວິດ ແຕ່ມືໄໝ້.
ແນວໃດກໍ່ຕາມ ຝາກເຕືອນພໍ່ແມ່ຜູ້ປົກຄອງທຸກທ່ານ ຢ່າເຫຼີງປ່ອຍໃຫ້ເດັກນ້ອຍຫຍຸ້ງກ່ຽວກັບໄຟຟ້າເອງ ຕ້ອງຢູ່ໃນການຄວບຄຸມດູແລຂອງຜູ້ໃຫຍ່ ບໍ່ດັ່ງນັ້ນ ອາດເກີດເຫດເສົ້າແບບນີ້ກັບລູກຂອງທ່ານໄດ້.
ຕາຢ້ານຫຼາຍ