
ແອັບເປີ້ນໂພສເຖິງຟຼຸກຈີຣະ ເຂີຍລາວຜູ້ຮັກຈີງ
28th February 2021ເວົ້າໄດ້ວ່າເປັນຄູ່ຮັກທີ່ຫຼາຍໆຄົນຕ້ອງອິດສາເລີຍລະ ສຳລັບຄູ່ສາວລາວບ່າວໄທ ແອັບເປິ້ນ-ຟຼຸກ ທີ່ຄອງຮັກຍາວນານມາ 10 ກວ່າປີ ແລະທຸກມື້ນີ້ຍັງມີແຕ່ມຸມຫວານໆໃນໃຫ້ເຫຼົ່າຜູ້ຕິດຕາມເພິ່ນໄດ້ເຊີຍຊົມ.
ມື້ວານນີ້ສາວແອັບເປີ້ນໂພສຄວາມໃນໃຈລົງໃນເຟສບຸກສ່ວນຕົວວ່າ: “ບໍ່ວ່າວັນໃດເຮົາຈະເຈັບປວດເທົ່າໃດທໍ້ແທ້ພຽງໃດ ຄົນໆນີ້ໍບອກສະເໝີວ່າ…..ອ້າຍໂອນເງິນໃຫ້ແລ້ວເດີ້…..” ແຮໆຄຳບອກເລົ່ານີ້ຂອງສາວແອັບເປິ້ນເປັນຄົນທີ່ບັນດາເມຍໆຢາກໄດ້ຍິນຈາກຜົວທີ່ສຸດເລີຍລະ ຈະຫຼາຍຫຼືໜ້ອຍກໍ່ແມ່ນກຳລັງໃຈ ບໍແມ່ນວ່າເມຍມັກເງິນແຕ່ເງິນກໍ່ເຮັດໃຫ້ມະນຸດເມຍຊື່ນໃຈເພາະຈະໄດ້ໄປຊັອບປິ້ງຊື້ໃນສິ່ງທີ່ມັກນັ້ນເອງ.
ສຳລັບຄູ່ນີ້ແລ້ວເປັນຄວາມຮັກຂອງຄົນສອງຄົນທີ່ຢູ່ກັນຍາວນານບໍ່ວ່າກ່ອນຫຼືຫຼັງແຕ່ງກໍ່ມີມຸມຫວານໆມາອວດກັນຕະຫຼອດເປັນເລື່ອງທີ່ຫາຍາກຢູ່ ເພິ່ນຄູ່ນີ້ເຂີຍໄທໃພ້ລາວຄົບກັນຍາວນານ 11 ປີ ກ່ອນຕົກລົງປົງໃຈເຂົ້າສູ່ປະຕູວິວາ.
ແລະການແຕ່ງງານຂອງທັງສອງກໍ່ເດີນທາງມາຮອດປີທີ3 ແລ້ວ ກຳລັງຈະໄດ້ທາຍາດຄົນທີສອງອອກມາໃຫ້ຊື່ນຊົມ ແຕ່ເບິ່ງແລ້ວຄວາມຫວານຍັງບໍ່ປ່ຽນແປງຈາກເດີມພໍເທົ່າໃດ ຈະຕ່າງກໍ່ແຕ່ຮັກແບບບ່າວສາວ ແລະຜົວເມຍເທົ່ານັ້ນ.
ໜຸ່ມຟລຸກໂພສໃນເຟສບຸກສ່ວນຕົວຂອງເພິ່ນກ່ອນໜ້ານີ້ວ່າ: ຄົບກັນມາ 14 ປີ ຄົບຮອບແຕ່ງງານ 3 ປີແລ້ວ ແລະຮອບນີ້ມີໜູນ້ອຍມາສະຫຼອງນຳ, ປີໜ້າກໍ່ຈະເພີ່ມໂຕນ້ອຍມາປ່ວນອີກຄົນພຽງຄິດກໍ່ຕື່ນເຕັ້ນແລ້ວ!!!!
ເອົາເປັນວ່າຍິນດີນຳທັງສອງຄົນທີ່ກຳລັງຈະມີໂຕນ້ອຍຄົນທີສອງ ແລະຄວາມຮັກທີ່ຫວານຊື່ນບໍ່ມີປ່ຽນແປງ ຂໍໃຫ້ຮັກກັນແບບນີ້ຕະຫຼອດໄປເປັນແບບຢ່າງໃຫ້ອີກຫຼາຍຄູ່.
ແມ່ລູກສອງຍັງຂະໜາດນີ້