
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດຮັບລັດຖະກອນໃຫມ່ 5 ຕຳແໜ່ງ ສະໝັກເລີຍ
17th March 2021ສະໝັກດ່ວນ! ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດຮັບລັດຖະກອນໃຫມ່
.
ກົມຈັດຕັ້ງ-ພະນັກງານ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຂໍຖືເປັນກຽດແຈ້ງມາຍັງທ່ານທີ່ມີຄວາມສົນໃຈຢາກສະໝັກສອບເສັງເຂົ້າເປັນລັດຖະກອນໃໝ່ ສໍາລັບນັກສຶກສາທີ່ຮຽນຈົບຈາກພາຍໃນ ແລະ ຕ່າງປະເທດ ຕ້ອງການສະໝັກເຂົ້າເຮັດວຽກ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະຈຳປີ 2021 ຈຳນວນ 05 ຕຳແໜ່ງ ເຊິ່ງມີລາຍລະອຽດດັ່ງນີ້:
.
1 ວິຊາການຂັບຂີ່ ຊັ້ນຕົ້ນຂຶ້ນໄປ;
2 ຄຸ້ມຄອງໂຄງການ ຫຼື ເສດຖະກິດແຜນການ ຊັ້ນສູງຂຶ້ນໄປ;
3 ບໍລິຫານການສຶກສາ, ວິທະຍາສາດຄອມພິວເຕີ ປະລິນຍາຕີຂຶ້ນໄປ;
4 ປັດຊະຍາ, ການເມືອງ, ໂລຊິກສາດ, ກໍ່ສ້າງພັກ, ລັດທິສັງຄົມນິຍົມວິທະຍາສາດ ປະລິນຍາຕີຂຶ້ນໄປ;
5 ເສດຖະສາດ, ທະນາຄານ ປະລິນຍາຕີຂຶ້ນໄປ;