ອຸຕຸເຕືອນອີກ! 7-10 ເມສາ ຟ້າຝົນລົມແຮງຈະເຂົ້າແຕ່ເໜືອຮອດໃຕ້ ກຽມຮັບມືໃຫ້ດີ
ມາອີກແລ້ວ… ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນໃຫ້ພີ່ນ້ອງທົ່ວທຸກພາກເຝົ້າລະວັງ ເພາະໃນທ້າຍອາທິດນີ້ ຊ່ວງວັນທີ 7-10ເມສາ ແມ່ນຈະມີຟ້າລົມຝົນຕົກອີກ ເຕືອນທຸກຄົນເຝົ້!ລະວັງ ແລະ ກຽມຮັບມືໃຫ້ດີ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດສະພາບອາກາດໜຶ່ງອາທິດຕໍ່ໜ້າ ມີຄຳເຕືອນເພື່ອເຝົ້າລະວັງ ສະພາບອາກາດຮ້ອນເອົ້າຫຼາຍ ແລະ ພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ,…