ຄວາມກ້າວໜ້າໃນວົງການແພດ ປູກຖ່າຍແຂນ ແລະໄລ່ຄັ້ງທຳອິດຂອງໂລກ
ຊາຍຊາວໄອແລນໄດ້ຮັບການຜູກຖ່າຍແຂນ ແລະຄູ່ທຳອິດຂອງໂລກ ຫຼັງຈາກທີ່ເມື່ອ 20 ປີຜ່ານມາຊາຍຄົນດັ່ງກ່າວໄດ້ປະສົບອຸບັດຕິເຫດຢ່າງຮ້າຍແຮງ ແລະແພດຕ້ອງຕັດແຂນສອງຂ້າງຖີ້ມ ເພື່ອຄວາມປອດໄພຂອງຊີວິດ. ຊາຍຜູ້ໂຊກດີຄົນທຳອິດຂອງໂລກມີຊື່ວ່າ ເຟລິກໄວ 48 ປີ ຕອນນີ້ຮ່າງກາຍລາວກຳລັງຟື້ນຕົວຢ່າງວ່ອງໄວຫຼັງຈາກທີ່ໄດ້ຮັບການຜ່າຕັດປູກຖ່າຍແຂນ ແລະໄລ່ທີ່ໃຊ້ເວລາຍາວນານເຖິງ 14 ຊົ່ວໂມງ ເມື່ອບໍ່ດົນມານີ້ທີ່ພາກໃຕ້ໃນປະເທດຝຣັ່ງ ເຊິ່ງເຫັນວ່າການຜ່າຕັດຜ່ານໄປດ້ວຍດີ ແລະປະສົບຜົນສຳເລັດເປັນທີ່ໜ້າພໍໃຈ. ຜົນສຳເລັດຄັ້ງນີ້ບໍແມ່ນເປັນພຽງຜົນງານຂອງປະເທດຝຣັ່ງເທົ່ານັ້ນ ແຕ່ເປັນປະຫວັດສາດໃໝ່ໃນວົງການແພດຂອງໂລກ…