ວ້າວ! ບໍລິສັດດອກງີ້ວຄຳມອບງົວ 100 ກວ່າໂຕໃຫ້ ທະຫານແຂວງບໍ່ແກ້ວ
ບໍລິສັດດອກງີ້ວຄຳປະກອບສ່ວນຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ ເຖິງວ່າບໍລິສັດເພິ່ນເອງຈະໄດ້ຮັບຜົນກະທົບຈາກໂຄວິດ-19 ບໍ່ຕ່າງຈາກທຸລະກິດອື່ນໆກໍ່ຕາມ, ແຕ່ເພື່ອຄວາມເຂັ້ມແຂງທາງເສດຖະກິດຂອງປະຊາຊົນກ່ອນໜ້ານີ້ກຸ່ມບໍລິສັດດອກງີ້ວຄຳໄດ້ນຳງົວຈຳນວນ 200 ກວ່າໂຕໄປມອບໃຫ້ແຂວງອຸດົມໄຊໃຫ້ນຳໄປແບ່ງປັນໃຫ້ປະຊາຊົນລ້ຽງ ແລະຫຼ້າສຸດໄດ້ມອບງົວອີກ 100 ກວ່າໂຕໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວເພື່ອເອົາໄປລ້ຽງອີກ ຫຼັງຈາກນັ້ນ ບໍລິສັດຈະຮັບຊື້ຄືນ. ສ່ວນທີ່ມອບໃຫ້ແຂວງອຸດົມໄຊກ່ອນໜ້ານີ້ ພິທີມອບ-ຮັບງົວພໍ່ແມ່ພັນມີຂຶ້ນໃນວັນທີ 30 ກັນຍາ 2020 ທີ່ຟາມງົວ ບໍລິສັດ ດອກງິ້ວຄໍາ ເມືອງຕົ້ນເຜິ້ງ…