
ອົດອີກງານ! ເມືອງປາກລາຍ ແຈ້ງຍົກເລີກຈັດງານບຸນຜີໂຂນ
4th March 2020ຍ້ອນສະພາບການລະບາດຂອງເຊື້ອໄວຣັດໂຄວິດ-19 ຢູ່ຫຼາຍປະເທດໃນທົ່ວໂລກ ເຮັດໃຫ້ລາວເຮົາຕ້ອງຄຸມເຂັ້ມໃນຂອດຕ່າງໆ ເພື່ອປ້ອງກັນບໍ່ໃຫ້ເຊື້ອພະຍາດດັ່ງກ່າວເຂົ້າມາສູ່ລາວເຮົາ, ເຊິ່ງລັດຖະບານກໍ່ໄດ້ອອກແຈ້ງການກ່ຽວກັບມາດຕະການຕ່າງໆ ໜຶ່ງໃນນັ້ນແມ່ນໃຫ້ຍົກເລີກການຈັດງານຊຸມນຸມຕ່າງໆ ບໍ່ວາ່ຈະເປັນງານປະເພນີ ຫຼື ງານສໍາຄັນຂອງຊາດ, ຫຼ້າສຸດ ເມືອງປາກລາຍ ແຂວງ ໄຊຍະບູລີ ກໍ່ໄດ້ອອກແຈ້ງການຍົກເລີກການຈັດງານບຸນຜີໂຂນປະຈໍາປີ 2020 ແລ້ວ.
ເຊິ່ງແຈ້ງການຂອງຄະນະກໍາມະການຈັດງານບຸນ ເມືອງປາກລາຍ ແມ່ນແຈ້ງຍົກເລີກການຈັດງານເທດສະການບຸນຜີໂຂນປະຈໍາປີ 2020 ທີ່ເມືອງປາກລາຍ ແຂວງໄຊຍະບູລີ ແຕ່ຕະຫຼາດນັດ ແລະ ຮ້ານວາງສະແດງສິນຄ້າຜະລິດຕະພັນ ແມ່ນໄດ້ເປີດການຄ້າຂາຍປົກກະຕິ
ເນື້ອໃນຂ່າວໄດ້ຢູ່ແຕ່ພາບພັດບໍ່ແມ່ນ