
ອີກແລ້ວພາຍຸ! ຫຼວງພະບາງເສຍໜັກກວ່າວຽງຈັນອີກ
4th March 2020ພາຍຸລະດູຮ້ອນຍັງສືບຕໍ່ສ້າງຄວາມເສຍຫາຍຫຼາຍສົມຄວນແກ່ ປະເທດເຮົາຮອດນະຄອນຫຼວງວຽງຈັນກ່ອນ ແລ້ວກໍ່ລາມໄປໃສ່ແຂວງອື່ນໆ ໂດຍສະເພາະທາງພາກເໜືອ ເນື່ອງຈາກພາຍຸດັ່ງກ່າວເຄື່ອນຕົວມາຈາກທະເລຈີນໃຕ້.
.
ຕາມລາຍງານຈາກປະຊາຊົນ ໃນວັນທີ 4 ມີນາ 2020 ນີ້ພາຍຸລະດູຮ້ອນໄດ້ພັດເຂົ້ານະຄອນ ຫລວງພະບາງ ໃນເວລາປະມານ 16:00 ໂມງປາຍ ເຮັດໃຫ້ເຕັ້ນ ແລະເຄື່ອງຂອງ ຂອງແມ່ຄ້າທີ່ເດິ່ນທາດຫຼວງປີວກະແຈກກະຈາຍທົ່ວ ເຄື່ອງທີ່ກຽມໄວ້ຂາຍແມ່ນຖືກຝົນຮຳປຽກເສຍຫາຍຫຼາຍສົມຄວນ.
,
ພາຍຸທີ່ເກີດຂຶ້ນກະທັນຫັນ ໄດ້ເຮັດໃຫ້ຕົ້ນໝາກມ່ວງລົ້ມທັບລົດລີໂວ ສີແດງ ທະບຽນ 5552 ຂ້າງວັດຫນອງສີຄູນເມືອງ ບໍ່ຮູ້ເສຍຫາຍຫຼາຍໜ້ອຍສ່ຳໃດ ແຕ່ຕອນນີ້ຍັງບໍ່ໄດ້ມາເຄຍພື້ນທີ່ເທື່ອເພາະລໍຖ້າປະກັນໄພຢູ່.
.
ສິ່ງສຳຄັນອັນໜຶ່ງຄືເມື່ອມີຕົ້ນໄມ້ໃຫຍ່ສູງຢູ່ຕາມບ້ານເຮືອນ, ແຄມທາງຕ້ອງຕັດອອກ ເພື່ອປ້ອງກັນການຫັກລົ້ມທັບ ເຮືອນຊານ, ພາຫະນະຂອງປະຊາຊົນ ດັ່ງທີ່ຫຼາຍເຫດການທີ່ເກີດໃຫ້ເຫັນຜ່ານມາ.
.