
ໜັກໜ່ວງ! ອີຕາລີໃຊ້ມາດຕະການຄວບຄຸມການລະບາດໂຄວິດ-19 ດ້ວຍການປິດປະເທດ
10th March 2020ການລະບາດຂອງເຊື້ອໄວຣັດ ໂຄວິດ-19 ຖືເປັນເຫດການທີ່ສ້າງຄວາມສະເທືອນໃຈໃຫ້ແກ່ປະຊາກອນໂລກ, ສ້າງຄວາມສູນເສຍທັງດ້ານຊັບສິນ ແລະ ຊີວິດໃຫ້ແກ່ບັນດາປະເທດຕ່າງໆໃນທົ່ວໂລກ, ເຊິ່ງມາຮອດປັດຈຸບັນສະພາບການລະບາດຍິ່ງແຜ່ລາມອອກເລື້ອຍໆ ເຮັດໃຫ້ທຸກຄົນຕ້ອງມີສະຕິລະວັງຕົວໃນການໃຊ້ຊີວິດຢ່າງຈິງຈັງ ທັງຂອບເຂດທີ່ບໍ່ມີການລະບາດ ແລະ ເຂດທີ່ມີການລະບາດ ເປັນຕົ້ນແມ່ນອີຕາລີ ທີ່ໄດ້ໃຊ້ມາດຕະການຄວບຄຸມການລະບາດຂອງເຊື້ອໄວຣັດດັ່ງກ່າວດ້ວຍການປິດປະເທດໄປແລ້ວ.
ຂ່າວຕ່າງປະເທດລາຍງານວ່າ ໃນຄ່ຳຄືນວັນທີ 9 ມີນາ 2020 ທ່ານ ຈູເຊບເປ ຄອນເຕ ນາຍົກລັດຖະມົນຕີອີຕາລີ ປະກາດມາຕະການປິດພື້ນທີ່ທັງປະເທດທີ່ມີປະຊາກອນ 60 ລ້ານຄົນ ຕັ້ງແຕ່ວັນທີ 10 ມີນາ ເຖິງວັນທີ 3 ເມສາ ເພື່ອສະກັດກັ້ນການລະບາດຂອງໄວຣັສ COVID-19, ຂະນະທີ່ໃນປະເທດໄດ້ເກີດຄວາມວຸ່ນວາຍເພີ່ມຂຶ້ນ ເມື່ອເກີດເຫດຈະລາຈົນໃນຄຸກແຫ່ງຕ່າງໆ ມີຜູ້ເສຍຊີວິດແລ້ວອຢ່າງນ້ອຍ 6 ຄົນ.
COVID-19 ໄດ້ຂ້າຊີວິດຊາວອີຕາລີ ເພີ່ມອີກ 97 ຄົນ ແລະ ເຮັດໃຫ້ຍອດຜູ້ເສຍຊີວິດ ເພີ່ມເປັນ 463 ຄົນ ຈາກຜູ້ຕິດເຊື້ອ ທັງໝົດ 9.172 ຄົນ ເຖິງແມ່ນຈະມີການປິດແຄວ້ນລອມບາຣ໌ດີ ແລະ ອີກ 14 ແຂວງທາງພາກເໜືອຄວບຄຸມປະຊາກອນ 16 ລ້ານຄົນແລ້ວກໍຕາມ, ມາດຕະການດັ່ງກ່າວໝາຍເຖິງການຄວບຄຸມການເດີນທາງທົ່ວປະເທດ,ຈຳກັດການເດີນທາງອອກນອກພື້ນທີ່ຢູ່ອາໄສ, ການປະຕິບັດຕາມເງື່ອນໄຂທາງສາທາລະນະສຸກດ້ານຕ່າງໆ, ຫ້າມຈັດງານສາທາລະນະ, ຫ້າມຈັດການແຂ່ງຂັນກິລາທຸກຊະນິດ.
ທ່ານ ນາຍົກລັດຖະມົນຕີອີຕາລີກ່າວວ່າ: ການປິດເມືອງທາງພື້ນທີ່ພາກເໜືອໃນທ້າຍອາທິດທີ່ຜ່ານມາ ບໍ່ແມ່ນການກຳນົດໂຊນແດງ ແຕ່ຈະເປັນອີຕາລີທັງປະເທດ ທີ່ເປັນພື້ນທີ່ຄວບຄຸມ ຫລັງເຫັນວ່າການປິດພື້ນທີ່ສະເພາະພາກເໜືອໄລຍະສອງວັນມານີ້ບໍ່ພຽງພໍ. ດັ່ງນັ້ນ, ຂໍຮຽກຮ້ອງໃຫ້ປະຊາຊົນວ່າ “ໃຫ້ຢູ່ໃນບ້ານເຮືອນ”
ການເພີ່ມມາດຕະການທີ່ເຂັ້ມງວດດັ່ງກ່າວ ເຮັດໃຫ້ເກີດເຫດວຸ້ນວາຍເຖິງຂັ້ນຈະລາຈົນຂຶ້ນທີ່ຄຸກຫຼາຍສິບແຫ່ງ ເນື່ອງຈາກນັກໂທດປະທ້ວງມາດຕະການຫ້າມພີ່ນ້ອງເຂົ້າຢ້ຽມ ແລະ ມາດຕະການອື່ນໆ ເພື່ອຄວບຄຸມເຊື້ອໄວຣັສ. ທັງນີ້, ຈຳນວນຜູ້ຕິດເຊື້ອທົ່ວໂລກ ມີກວ່າ 113.000 ຄົນ, ເສຍຊີວິດກວ່າ 3.900 ຄົນ.
ຂໍ້ມູນຈາກ: Laos youth radido fm 90.0 mhz