ຄວາມ​ເຄັ່ງ​ຕຶງ​ລະຫ​ວ່າງ ລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ຄວາມ​ເຄັ່ງ​ຕຶງ​ລະຫ​ວ່າງ ລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

15th April 2022 0 By Admin

ຕາມຂ່າວVOVWORLD,  ການສູ້ຮົບຢູ່ ຢູເຄນ ໄດ້ເຮັດໃຫ້ການພົວພັນລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ ສືບຕໍ່ເຄັ່ງຕຶງເພີ່ມຂຶ້ນ. ໃນນັ້ນ, ຝ່າຍຕາເວັນຕົກ ໄດ້ຍົກຄຳກ່າວຫາໃໝ່ຢ່າງລຽນຕິດ ແນໃສ່ ລັດເຊຍ, ພ້ອມທັງໄດ້ຈັດວາງຫຼາຍມາດຕະການລົງໂທດເພີ່ມເຕີມ. ສ່ວນ ລັດເຊຍ ຍັງສະແດງໃຫ້ເຫັນຫຼັກໝັ້ນແຂງກະດ້າງ ແຕ່ໄດ້ຢືນຢັນວ່າ ປະຕູແຫ່ງການເຈລະຈາຍັງເປີດກວ້າງຢູ່.

ພາຍຫຼັງທີ່ ລັດເຊຍ ໄດ້ຮັບຮູ້ສອງປະເທດສາທາລະນະຂະໜານນາມເອງຢູ່ ຢູເຄນຕາເວັນອອກເມື່ອວັນທີ 22 ກຸມພາ ແລະ ປຸກລະດົມບັ້ນຮົບການທະຫານພິເສດຢູ່ ຢູເຄນ, ຝ່າຍຕາເວັນຕົກ ໄດ້ຈັດວາງບັນດາມາດຕະການລົງໂທດແຮງຢ່າງລຽນຕິດ ຕໍ່ ມົດສະກູ. ຫຼ້າສຸດແມ່ນບັນດາມາດຕະການລົງໂທດ ກ່ຽວຂ້ອງເຖິງຄຳກ່າວຫາກອງທັບ ລັດເຊຍ ໄດ້ເຂັນຂ້າສາມັນຊົນຢູ່ເທດສະບານບູຊາ ທາງທິດຕາເວັນຕົກສ່ຽງເໜືອນະຄອນຫຼວງ ຂຽບ ຂອງຢູເຄນ ເມື່ອຕົ້ນເດືອນນີ້, ເຖິງວ່າ ມົດສະກູ ໄດ້ປະຕິເສດຫຼາຍເທື່ອກໍ່ຕາມ.

 

ໂດຍບໍ່ຫົວຊາຕໍ່ຄຳອະທິບາຍຂອງ ລັດເຊຍ ກ່ຽວກັບຄຳກ່າວຫາເຂັນຂ້າສາມັນຊົນຢູ່ເທດສະບານບູຊາ ແມ່ນຍ້ອນພວກປໍລະປັກໄດ້ໂຄສະນາ, ໃຫ້ຂ່າວປອມຕ້ານ ມົດສະກູ, ໃນອາທິດທຳອິດຂອງເດືອນເມສາ, ບັນດາປະເທດ ເອີລົບ ຄື ແອດສະປາຍ, ອີຕາລີ, ແດນມາກ, ເຢຍລະມັນ, ຝຣັ່ງ… ໄດ້ອອກຄຳສັ່ງເນລະເທດນັກການທູດ ລັດເຊຍ ເກືອບ 150 ທ່ານ ອອກຈາກເຂດດິນແດນຂອງຕົນ.

ໃນຕົວຈິງ, ຝ່າຍຕາເວັນຕົກ ໄດ້ເລີ່ມເນລະເທດນັກການທູດ ລັດເຊຍ ກ່ອນທີ່ມີຄຳກ່າວຫາກ່ຽວກັບ ບູຊາ. ມີ ແບນຊິກ, ໂຮນລັງ ແລະ ອຽກລັງ ໄດ້ເນລະເທດພາລະກອນກະຊວງການຕ່າງປະເທດ ລັດເຊຍ ເມື່ອວັນທີ 29 ມີນາ. ກ່ອນໜ້ານັ້ນ, ຄືວັນທີ 3 ມີນາ ໂປໂລຍ ໄດ້ເນລະເທດນັກການທູດ ລັດເຊຍ 40 ທ່ານ ຍ້ອນຄຳກ່າວຫາວ່າເປັນນັກສືບ, ພ້ອມທັງໄດ້ປິດລ້ອມບັນຊີການເງິນຂອງສະຖທນທູດລັດເຊຍ ຊື່ງແມ່ນການກະທຳທີ່ ມົດສະກູ ໄດ້ກ່າວຫາວ່າ ລະເມີດສົນທິສັນຍາ ວຽນ ກ່ຽວກັບການພົວພັນທາງການທູດລະຫວ່າງບັນດາປະເທດ.

ຄວາມຈິງແລ້ວ, ເລື່ອງບັນດາປະເທດເອີລົບ ໄດ້ເນລະເທດບັນດານັກການທູດລັດເຊຍ ແມ່ນການເພີ່ມເຕີມບັນດາມາດຕະການລົງໂທດ ຊື່ງຝ່າຍຕາເວັນຕົກ ໄດ້ດຳເນີນຕ້ານ ມົດສະກູ ນັບແຕ່ວັນທີ 24 ກຸມພາ, ເມື່ອ ລັດເຊຍ ເປີດບັ້ນຮົບການທະຫານພິເສດຢູ່ ຢູເຄນ. ຄາດວ່າ, ຮອດທ້າຍເດືອນມີນາຜ່ານມາ, ຝ່າຍຕາເວັນຕົກໄດ້ຈັດວາງ 5000 ຄຳສັ່ງລົງໂທດແນໃສ່ ລັດເຊຍ, ຊື່ງໄດ້ເຮັດໃຫ້ ລັດເຊຍ ກາຍເປັນປະເທດໄດ້ຮັບການລົງໂທດຫຼາຍກ່ວາໝູ່ໃນໂລກ ໄລ່ມາຮອດຈຸດເວລານີ້.

ບໍ່ພຽງແຕ່ເທົ່ານັ້ນ, ວັນທີ 6 ເມສາ, ທ່ານເລຂາທິການໃຫ່ຍອົງການນາໂຕ  ຍັງຖະແຫຼງວ່າ ຈະຊົມເຊີຍສອງປະເທດເປັນກາງ ແຟງລັງ ແລະ ຊູແອດ ຖ້າຫາກວ່າ ເຂົາເຈົ້າຕົກລົງຂໍເຂົ້າເປັນສະມາຊິກອົງການນີ້. ນີ້ແມ່ນຄຳຖະແຫຼງທີ່ມີລັກສະນະເພີ່ມການປະທະກັບ ລັດເຊຍ ຍ້ອນວ່າ ແຟງລັງ ມີເສັ້ນຊາຍແດນຍາວກ່ວາ 1300 ກິໂລແມັດ ກັບ ລັດເຊຍ ແລະ ປະເທດນີ້ ໄດ້ກາຍເປັນປະເທດເປັນກາງນັບແຕ່ປີ 1948 ຜ່ານສົນທິສັນຍາມິດຕະພາບ ເຊັນກັບ ສະຫະພາບໂຊວຽດ (ປະຈຸບັນແມ່ນ ລັດເຊຍ)

ຕໍ່ໜ້າຄວາມກົດດັນຢ່າງລຽນຕິດຈາກຝ່າຍຕາເວັນຕົກ, ລັດຖະບານ ລັດເຊຍ ສືບຕໍ່ສະແດງໃຫ້ເຫັນທັດສະນະແຂງກະດ້າງ ແລະ ເອກະພາບ. ວັນທີ 6 ເມສາ, ເມື່ອຕອບສຳພາດນັກຂ່າວຊ່ອງໂທລະພາບ LCI ຂອງ ຝຣັ່ງ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ກ່າວເຕືອນວ່າ ມົດສະກູອາດຈະຕັດຂາດການພົວພັນທາງການທູດ ຖ້າບັນດາປະເທດຕາເວັນຕົກ ສືບຕໍ່ເນລະເທດນັກການທູດ ລັດເຊຍ.

ຕາມວົງການນັກໄຈ້ແຍກສາກົນແລ້ວ, ເລື່ອງຕັດຂາດການພົວພັນທາງການທູດລະຫວ່າງ ລັດເຊຍ-ຝ່າຍຕາເວັນຕົກ ແມ່ນການຜັນແປທີ່ອັນຕະລາຍ ແລະ ຜົນຕາມມາຂອງມັນແມ່ນສັບສົນທີ່ສຸດ ແລະ ຍາກທີ່ຈະຄາດຄະເນໄດ້, ບໍ່ເປັນປະໂຫຍດຕໍ່ສະຖຽນລະພາບໃນທົ່ວໂລກ. ສະນັ້ນ, ບາງປະເທດສະມາຊິກອົງການ ນາໂຕ, ເປັນຕົ້ນແມ່ນ ຕວັກກີ ແລະ ຮົງກາຣີ ພວມຕັ້ງໜ້າສວມບົດບາດເປັນຂົວຕໍ່ ແກ້ໄຂວິກິດການ, ຫລຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ລັດເຊຍ-ຝ່າຍຕາເວັນຕົກ. ຕາມນັ້ນແລ້ວ, ຕວັກກີ ເປັນປະເທດເປັນກາງໃນການເຈລະຈາລະຫວ່າງ ລັດເຊຍ ແລະ ຢູເຄນ ຢູ່ Istanbul ເມື່ອວັນທີ 29 ມີນາຜ່ານມາ ແລະ ປະຈຸບັນ, ພວມສືບຕໍ່ມານະພະຍາຍາມໃຫ້ແກ່ບົດບາດນີ້. ໃນຂະນະນັ້ນ, ໃນຖານະເປັນສະມາຊິກຂອງ ອີຢູ ແລະ ນາໂຕ, ຮົງກາຣີ ໄດ້ສະເໜີຈັດການປະຊຸມ 4 ຝ່າຍ, ລວມມີ ເຢຍລະມັນ, ຝຣັ່ງ, ລັດເຊຍ ແລະ ຢູເຄນ ຢູ່ Pudapest ເພື່ອຊອກຫາມາດຕະການໃຫ້ແກ່ວິກິດການໃນປະຈຸບັນ.

ຄຽງຂ້າງນັ້ນ, ຫຼາຍປະເທດ ເອີລົບ ອື່ນໆ ກໍ່ພວມສືບຕໍ່ຮັກສາການໂອ້ລົມສົນທະນາ ແລະ ການຮ່ວມມືດ້ານເສດຖະກິດກັບ ລັດເຊຍ, ພິເສດແມ່ນໃນຂົງເຂດພະລັງງານ, ໂດຍບໍ່ຫົວຊາຕໍ່ກຳລັງດັນຈາກບາງປະເທດອື່ນໆ. ອາດຈະເຫັນໄດ້ວ່າ ການຈັດວາງຄຳສັ່ງລົງໂທດ ຫລືເພີ່ມຄວາມເຄັ່ງຕຶງ ຈະບໍ່ສາມາດມາແທນທີ່ຄວາມຕ້ອງການຮ່ວມມືສາກົນໄດ້ ຊື່ງແມ່ນທ່າອ່ຽງທີ່ຈຳເປັນໃນສະພາບການປະຈຸບັນ.