
ສະໝັກເລີຍ! ສະຖາບັນພັດທະນາອາຊີວະສຶກສາ ປະກາດຮັບສອບເສັງຄັດເລືອກລັດຖະກອນຄູ
13th March 2020ຂ່າວດີມາອີກແລ້ວ ສໍາລັບຜູ້ທີ່ຫາກໍ່ຮຽນຈົບ ຫຼື ໃຜທີ່ຈົບສາຍຄູມາດົນແລ້ວ ແລະ ກໍາລັງຊອກຫາວຽກເຮັດຢູ່ຕອນນີ້ ຕ້ອງຮີບສະໝັກດ່ວນ ເນື່ອງຈາກສະຖາບັນພັດທະນາອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ປະກາດຮັບສະໝັກຜູ້ທີ່ສົນໃຈເຂົ້າເປັນລັດຖະກອນຄູ ເພື່ອເຂົ້າຮ່ວມສອບເສັງຄັດເລືອກເອົາໃນວັນທີ 24 ມີນາ ນີ້.
ອີງຕາມແຈ້ງການສະບັບເລກທີ 0575/ສພອ ລົງວັນທີ 12 ມີນາ 2020 ເລື່ອງການສອບເສັງຄັດເລືອກລັດຖະກອນຄູ ໂດຍຈະເປີດຂາຍຟອມໃນວັນທີ 12 ຫາ 18 ມີນາ 2020 ນີ້.

ພາບປະກອບ
ສ່ວນມື້ສອບເສັງແມ່ນວັນທີ 24 ມີນາ 2020 ເວລາ 9:00ໂມງເປັນຕົ້ນໄປ ທີ່ ສະຖາບັນພັດທະນາອາຊີວະສຶກສາ ຕາມ 3ສາຂາຄື ຄູສອນ ICT, ຄູສອນລ້ຽງສັດ ແລະ ຄູສອນອາຫານການໂຮງແຮມ. ສໍາລັບວິຊາທີ່ຈະໃຊ້ໃນການສອບເສັງມີຄື ຄວາມຮູ້ທົ່ວໄປ, ວິຊາສະເພາະ ແລະ ວິຊາຄູ(ທິດສະດີ, ປະຕິບັດ). ຫາກສົນໃຈ ຕິດຕໍ່ປະສານງານທີ່ ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ ເບີໂທ 020 7752 3903; 020 5538 5073.

ພາບປະກອບ