
ຜົວຜູ້ໜຽວແໜ້ນໃນເປົ້າໝາຍ ເກາະລົດເມຍບໍປ່ອຍ
1st May 2022ຄວາມຮັກນີ້ມັກເຮັດໃຫ້ຄົນລືມຄິດເຖິງອະນາຄົດໂຕເອງ ລືມໂຕເອງ ລືມເສຍດາຍຄວາມຮັກຂອງພໍ່ແມ່ທີ່ມອບໃຫ້ກ່ອນຈະເຕີບໃຫຍ່ມາເປັນຜູ້ເປັນຄົນ.
ເບິ່ງຜົວຄົນນີ້ ສຸດນ້ອຍໃຈເມື່ອເມຍຮັກມີຊູ້ ແລະຊັບລົດໜີຜົວບໍຄິດຫຍັງຫຼາຍໂດດເກາະກະໂປງໜ້າລົດ.
ເປັນຫຍັງເປັນກັນສູ້ຕາຍເກາະກະໂປງລົດມັນແບບນີ້ແລ
ສ່ວນເມຍກໍ່ບໍສົນໃຈຂັບໜີໄປເປັນ 100 ກິໂລ ຈົນຕຳຫຼວດເຫັນທ່າບໍດີ ຕ້ອງຍີງລໍ້ລົດເພື່ອສະກັດຄວາມໄວ ແລະໃຫ້ຈອດ
ໃນທີ່ສຸດ ຜົວກໍ່ໄດ້ລົງຈາກກະໂປງໜ້າລົດມາຢ່າງປອດໄພ ແຕ່ກໍ່ສ່ຽງຕໍ່ຊີວິດຫຼາຍເດີ້ ຢ່າໄປຮຽນແບບບໍມີເມຍຄົນນີ້ກໍຫາເອົາໃໝ່ຄົນດີໆຍັງມີຫຼາຍ.
ເຫດການນີ້ເກີດຂຶ້ນຢູ່ປະເທດໄທເມື່ອອາທິດຜ່ານມາ