
ອາເລັກ ເຕືອນ! ຜູ້ຫລິ້ນຄຳໄລຍະນີ້ ໃຫ້ຄ່ອຍໆຊື້ສະສົມຈະເປັນວິທີການລົງທຶນທີ່ດີ ເພື່ອປ້ອງກັນຄວາມສ່ຽງເລື່ອງຂອງການຜັນຜວນ
13th May 2022ອາເລັກ ຈັນທະວົງ ພະມີສິດ ຜູ້ອຳນວຍການຮ້ານຄຳພູວົງ ໂພສໃນເພສບຸກສ່ວນຕົວວ່າ: ຄຳປະເທດລາວໂດດລົງຢ່າງຮຸນແຮງ ກວ່າ 1 ລ້ານກີບໃນ 1 ບາດຈາກແຮງກົດດັນຈາກການແຂງຄ່າຂຶ້ນຂອງໂດລາ ທ່າມກາງຄວາມກັງວົນເລື່ອງເງິນເຟີ້ໃນອາເມຣິກາ ເຮັດໃຫ້ທະນາຄານກາງອາເມຣິກາ ຫຼື Fed ຈະເລັ່ງເພິ່ມອັດຕາດອກເບ້ຍ.
ສ່ວນລາຄຳພາຍໃນປະເທດກໍໄດ້ຮັບແຮງກົດດັນຈາກການປະຊຸມຂອງພາກລັດທີ່ຈະມີການຄວບຄຸມອັດຕາແລກປ່ຽນກັບບັນດາຮ້ານຄ້ານອກ ເຮັດໃຫ້ອັດຕາແລກປ່ຽນປັບໂຕລົງຢ່າງຮຸນແຮງ ແລະສົ່ງຜົນໃຫ້ລາຄາຄຳປັບໂຕລົງ. ພ້ອມແນະນຳໃຫ້ຄ່ອຍໆຊື້ສະສົມຈະເປັນວິທີການລົງທຶນທີ່ດີ ແລະປ້ອງກັນຄວາມສ່ຽງເລື່ອງຂອງການຜັນຜວນໄດ້.
ໃນວັນທີ12 ພຶດສະພາ 2022ຮ້ານຄຳພູວົງເປີດຕະຫຼາດໃນເວລາ9:27ໂມງຂາຍອອກທີ່ 14.639.000ກີບຕໍ່1ບາດ ປັບຂຶ້ນຈາກລະດັບ14.459.000ກີບ/ບາດໃນວັນທີ11 ພຶດສະພາ 2022. ຈາກນັ້ນເວລາ12:36ໂມງ ປັບຄັ້ງທີ4 ຂຶ້ນມາຢູ່ທີ່15.039.000ກີບຕໍ່1ບາດ.
ຢ່າງໃດກໍຕາມການເປີດຕະຫຼາດໃນວັນທີ 13 ພຶດສະພາ ປັບລົງມາຢູ່ທີ່13.829.000ກີບຕໍ່1ບາດ ຫລືປັບຫລຸດຫຼາຍກວ່າ1ລ້ານກີບຈາກລະດັບສູງສຸດຂອງວັນທີ12 ພຶດສະພ