ທະນາຄານແຫ່ງ ສປປ ລາວ ຈະຄວບຄຸມຢ່າງຈີງຈັງແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

ທະນາຄານແຫ່ງ ສປປ ລາວ ຈະຄວບຄຸມຢ່າງຈີງຈັງແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

16th May 2022 0 By Education

ຜູ້ທີ່ເຄື່ອນໄຫວຢູ່ເວດວົງການເງິນເງິນຕາມາຕະຫຼອດຈະເຂົ້າໃຈດີວ່າ ນັບແຕ່ເຂົ້າປີ 2022 ມານີ້ ໂດຍສະເພາະໃນເດືອນມີນາເປັນຕົ້ນມາ ຄ່າເງິນຕາຕ່າງປະເທດທຽບກັບເງິນກີບລາວເຮົາແມ່ນຜັນຜວນພໍສົມຄວນ ເຊີ່ງນັ້ນແນ່ນອນສິ່ງໜຶ່ງທີ່ເປັນທີ່ມາກໍ່ຄືເຮົາບໍ່ໄດ້ເປີດປະເທດບໍ່ໄດ້ມີເງິນຕາໄຫຼເຂົ້າຫຼາຍ ພ້ອມດຽວກັນ ທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ ເງິນທີ່ໄດ້ຈາກການຄ້າຂາອອກຈຳນວນຫຼາຍບໍ່ໄດ້ໂອນເຂົ້າປະເທດຜ່ານລະບົບທະນາຄານ ບວກກັບປັດໄຈພາຍນອກອີກຫຼາຍຢ່າງທີ່ເຮົາບໍ່ສາມາດຄວບຄຸມໄດ້ຈິ່ງເຮັດເງິນເຟີ້ເພີ່ມຂຶ້ນ.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວກ່າວວ່າ: ໃນໄລຍະ 4 ເດືອນຕົ້ນປີ 2022, ສະພາບຄວາມຮຸນແຮງຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ສາກົນ ແລະ ພາຍໃນ ໄດ້ມີທ່າອ່ຽງຜ່ອນຄາຍລົງ ແລະ ເສດຖະກິດພາຍໃນ ຂອງພວກເຮົາກໍໄດ້ຄ່ອຍເລີ່ມມີທ່າອ່ຽງຟື້ນຕົວດີຂຶ້ນ; ແຕ່ເຖິງຢ່າງໃດກໍຕາມ, ຄ່າເງິນກີບກໍຄືອັດຕາແລກປ່ຽນຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍ ດ້ານໂດຍໄດ້ອ່ອນຄ່າ 18,36% ທຽບກັບ ເງິນໂດລາ ແລະ 9,4% ທຽບກັບເງິນບາດ ທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາ

 

ຍ້ອນສະພາບປັດໄຈພາຍນອກທີ່ຍັງຜັນຜວນ ແລະ ມີຄວາມບໍ່ແນ່ນອນສູງ ເປັນຕົ້ນການແຂງຄ່າຂອງເງິນໂດລາຢູ່ຕະຫຼາດສາກົນຢ່າງຕໍ່ເນື່ອງ ທີ່ໃນໄລຍະ 4 ເດືອນຕົ້ນປີ 2022 ເງິນໂດລາ ໄດ້ແຂງຄ່າ 8,18% ທຽບໃສ່ເງິນເອີໂຣ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຊຶ່ງເປັນການແຂງ ຄ່າສຸດໃນຮອບສອງປີ, ການເພີ່ມຂຶ້ນຂອງລາຄາຄໍາ, ລາຄານໍ້າມັນເຊື້ອໄຟໃນຕະຫຼາດ ສາກົນທີ່ໄດ້ເພີ່ມຂຶ້ນເຖິງ 65,17% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາສົມທົບກັບທ່າອ່ຽງການເພີ່ມ ຂຶ້ນຂອງ ອັດຕາດອກເບ້ຍ ແລະ ອັດຕາເງິນເຟີ້ໃນຂົງເຂດເສດຖະກິດສໍາຄັນຂອງໂລກ ແລະ ພາກພື້ນ ທີ່ລ້ວນແຕ່ສົ່ງຜົນເຮັດໃຫ້ຄວາມຕ້ອງການເງິນຕາຕ່າງປະເທດຢູ່ພາຍໃນປະເທດສູງຂຶ້ນ.

ບັນຫາສໍາຄັນອີກດ້ານໜຶ່ງທີ່ສົ່ງຜົນກະທົບເຮັດໃຫ້ອັດຕາ ແລກ ປ່ຽນຂອງພວກ ເຮົາມີການເໜັງຕີງແຮງ ແລະ ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງລະບົບທະ ນາຄານ ແລະ ຂອງຕະຫຼາດນອກລະບົບແມ່ນຍ້ອນສະຕິຕໍ່ກົດໝາຍຂອງບຸກຄົນນິຕິບຸກຄົນຈໍານວນ ບໍ່ໜ້ອຍໃນສັງຄົມ ຍັງບໍ່ສູງ; ການປະຕິບັດກົດໝາຍ, ລະບຽບການ, ມາດຕະການຕິດພັນກັບການ ຄຸ້ມຄອງເງິນຕາຕ່າງປະເທດຍັງບໍ່ທັນກົມກຽວເຂັ້ມງວດເທົ່າທີ່ຄວນສົ່ງຜົນ ໃຫ້ມີສະພາບລາຍຮັບທີ່ເປັນ ເງິນຕາຕ່າງປະເທດ ແລະ ເງິນລົງທຶນຈາກຕ່າງປະເທດຈໍານວນຫຼາຍພໍສົມຄວນບໍ່ທັນເຂົ້າມາປະເທດ ຕາມລະບຽບການ;

ຍັງມີການ ເຄື່ອນໄຫວທຸລະກໍາທີ່ຕິດພັນກັບເງິນຕາຕ່າງປະເທດລວມທັງການ ແລກປ່ຽນເງິນຕາແບບບໍ່ຖືກຕ້ອງ ຕາມລະບຽບກົດໝາຍເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາ ຄານໜ້ອຍກວ່າທີ່ຄວນຈະເປັນ; ພາໃຫ້ຄວາມສາມາດໃນການສະໜອງເງິນຕາຕ່າງປະເທດຂອງ ລະບົບທະນາຄານຫຼຸດລົງໃນສະພາບທີ່ລາຄາສິນຄ້ານໍາເຂົ້າທີ່ຈໍາເປັນຕໍ່ການດໍາລົງຊີວິດໄດ້ເພີ່ມຂຶ້ນສູງ ຫຼາຍ, ນອກເໜືອຈາກພັນທະໜີ້ສິນຕໍ່ຕ່າງ ປະເທດ.


ສະເພາະໄລຍະ 4 ເດືອນຕົ້ນປີ 2022, ເຖິງແມ່ນວ່າໂຕເລກມູນຄ່າດຸນການຄ້າດ້ານສິນຄ້າຂອງ ສປປ ລາວ ໄດ້ເກີນດຸນຢູ່ໃນລະດັບ 589,66 ລ້ານໂດລາ ດີກວ່າໄລຍະດຽວ ກັນຂອງປີຜ່ານມາເກືອບ 50%, ແຕ່ໃນນີ້ມີພຽງແຕ່ 33% ຂອງມູນຄ່າການສົ່ງອອກເທົ່ານັ້ນທີ່ໄດ້ໂອນເຂົ້າມາປະເທດຜ່ານລະ ບົບທະນາຄານ, ໃນຂະນະທີ່ 98% ຂອງມູນຄ່າການນໍາເຂົ້ານັ້ນແມ່ນໄດ້ມີການໂອນອອກຜ່ານລະບົບ ທະນາຄານ; ເຮັດໃຫ້ພວກເຮົາ ໄດ້ປະເຊີນກັບສະພາບການມີກະແສເງິນອອກປະເທດຜ່ານລະບົບທະນາຄານຫຼາຍກວ່າມີກະແສເງິນ ເຂົ້າປະເທດຜ່ານລະບົບທະນາຄານໃນລະດັບທີ່ຫຼາຍກວ່າໄລຍະດຽວກັນ ຂອງປີຜ່ານມາເຖິງ 143%.

ສະພາບດັ່ງກ່າວໄດ້ສົ່ງຜົນກະທົບເຮັດໃຫ້ທະນາຄານທຸລະກິດສາມາດເກັບ ຊື້ເງິນຕາຕ່າງປະເທດ ໄດ້ໜ້ອຍກວ່າລະດັບທີ່ຄວນຈະເປັນ ຫຼື ໜ້ອຍກວ່າມູນຄ່າການສົ່ງອອກ ແລະ ມູນຄ່າການລົງ ທຶນຈາກຕ່າງປະເທດຫຼາຍແຕ່ຄວາມຮຽກຮ້ອງຕ້ອງການເງິນຕາຕ່າງປະເທດຂອງທົ່ວສັງຄົມ ເພື່ອການ ຊໍາລະສະສາງກັບຕ່າງປະເທດຍັງສືບຕໍ່ຢູ່ໃນລະດັບສູງ ແລະ ເພີ່ມຂຶ້ນຕໍ່ເນື່ອງ.

ຕໍ່ການການເໜັງຕີງຂອງຄ່າເງິນຄືດັ່ງກ່າວນັ້ນ ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວວ່າ: ເຖິງແມ່ນວ່າພວກເຮົາຈະບໍ່ສາມາດຄວບຄຸມປັດໄຈພາຍນອກປະເທດ ໄດ້ ແຕ່ຂ້າພະເຈົ້າ ກໍຄືທະນາຄານແຫ່ງ ສປປ ລາວ ເຊື່ອໝັ້ນວ່າ: ຖ້າພວກເຮົາທຸກຄົນ ທຸກພາກສ່ວນ ທຸກສາຍອາຊີບ ບໍ່ວ່າຈະເປັນທັງພາກລັດ ແລະ ເອກະຊົນ ກໍາໄດ້ສະພາບຄວາມເປັນຈິງ ແລະ ຕັດສິນໃຈເປັນຈິດໜຶ່ງ ໃຈດຽວກັນ ຮ່ວມມືກັນແກ້ໄຂ, ເຊື່ອແນ່ວ່າພວກເຮົາຈະສາມາດຜ່ານຜ່າບັນຫາອັດຕາແລກປ່ຽນທີ່ພວກ ເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ ບໍ່ວ່າຈະເປັນສະພາບການອ່ອນຄ່າແຮງ ແລະ ໄວຂອງຄ່າເງິນກີບກໍຄືສະພາບສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງລະບົບທະນາຄານ ແລະ ອັດຕາ ແລກປ່ຽນຢູ່ນອກລະບົບໄດ້.

ເພື່ອເປັນແຮງຍູ້ດັນແກ້ໄຂບັນຫາດັ່ງກ່າວ, ທະນາຄານແຫ່ງ ສປປ ລາວ ກໍາລັງສຸມໃສ່ຈັດຕັ້ງປະຕິບັດ ບັນດາມາດຕະການຈໍານວນໜຶ່ງ ເພື່ອຄຸ້ມຄອງປະລິມານເງິນເຂົ້າສູ່ລະບົບເສດຖະກິດໃຫ້ຢູ່ໃນລະດັບ ທີ່ເໝາະສົມໂດຍສະເພາະຕິດພັນກັບການຄຸ້ມຄອງປະລິມານເງິນ, ຍົກສູງຄຸນຄ່າຂອງເງິນກີບ ແລະ ຄຸນນະພາບຂອງສິນເຊື່ອຂອງລະບົບທະນາຄານ ໃຫ້ແທດເໝາະກັບສະພາບຄວາມຕ້ອງການໃນການ ນໍາໃຊ້ເພື່ອການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ບໍ່ສ້າງແຮງກົດດັນເຮັດໃຫ້ລະດັບຄວາມຕ້ອງການບໍລິໂພກ ຊົມໃຊ້ ແລະ ນໍາເຂົ້າສິນຄ້າສູງຂຶ້ນ ເກີນຄວາມຈໍາເປັນ