
ຂ່າວດ່ວນ ຂ່າວດີ! ມະຫາວິທະຍາໄລສຸພານຸວົງ ຮັບລັດຖະກອນໃໝ່ 10ຕົວເລກເທົ່ານັ້ນ
18th March 2020ຂ່າວດີສໍາລັບນັກສຶກສາທີ່ກໍາລັງຈະຮຽນຈົບ ຫຼື ຮຽນຈົບແລ້ວ ໃນສາຂາວິຊາທີ່ກ່ຽວຂ້ອງ ເພື່ອສະໝັກເປັນອາຈານສອນໃນມະຫາວິທະຍາໄລສຸພານຸວົງ ທີ່ປະກາດຮັບລັດຖະກອນໃໝ່ຈໍານວນ 10ຕົວເລກ ໃນ 9ສາຂາ ແລະ ເປີດຂາຍຟອມນັບແຕ່ວັນທີ 17 ຫາ 26 ມີນາ ນີ້ເທົ່ານັ້ນ.
ສໍາລັບສາຂາທີ່ຕ້ອງການມີຄື: ວະສະວະກໍາວັດສະດຸສາດ 1ຕໍາແໜ່ງ; ຄູພາສາອັງກິດ/ອັງກິດທົ່ວໄປ 1ຕໍາແໜ່ງ; ຄູພາສາຈີນ/ພາສາຈີນ 2ຕໍາແໜ່ງ; ຄູພາສາເກົາຫຼີ/ພາສາເກົາຫຼີ 1ຕໍາແໜ່ງ; ໄອທີ-ຄອມພິວເຕີ 1ຕໍາແໜ່ງ; ການເງິນ-ການທະນາຄານ 1 ຕໍາແໜ່ງ; ການແປຮູບ ແລະ ພັດທະນາຜະລິດຕະພັນ 1 ຕໍາແໜ່ງ; ບໍລິຫານສະຖາປັດ 1 ຕໍາແໜ່ງ ແລະ ແຜນການ 1 ຕໍາແໜ່ງ.
ດ້ານເງື່ອນໄຂມາດຖານ ແລະ ວິທີການສະໝັກ ຫຼື ມື້ສອບເສັງສາມາດອ່ານລາຍລະອຽດຕາມແຈ້ງການໄດ້ເລີຍ.