
ປະກາດດ່ວນ ! ເຖິງນັກຮຽນສະຖາບັນຂົງຈືທີ່ມະຫາວິທະຍາໄລແຫ່ງຊາດ
19th March 2020ອີງຕາມແຈ້ງການຂອງກະຊວງສຶກສາທິການແລະກິລາສະບັບເລກທີ369/ສສກ ລົງວັນທີ 18 ມີນາ 2020 ວ່າດ້ວຍການໂຈະການຮຽນການສອນໃນຂອບເຂດທົ່ວປະເທດຕັ້ງແຕ່ວັນທີ 19 ມີນາ ເຖິງ 21 ເມສາ 2020.
ອີງຕາມແຈ້ງການຂອງມະຫາວິທະຍາໄລແຫ່ງຊາດສະບັບເລກທີ 903/ມຊ ລົງວັນທີ 19 ມີນາ 2020 ວ່າດ້ວຍການໂຈະການຮຽນການສອນໃນຂອບເຂດທົ່ວມະຫາວິທະຍາໄລແຫ່ງຊາດຕັ້ງແຕ່ວັນທີ 19 ມີນາ ເຖິງ 21 ເມສາ 2020.
ສະຖາບັນຂົງຈືຂໍແຈ້ງມາຍັງນັກຮຽນຂອງສະຖາບັນຊາບທົ່ວເຖິງກັນວ່າ: ສະຖາບັນຂົງຈືທີ່ ມຊ ຈະໂຈະການຮຽນການສອນນັບຕັ້ງແຕ່ວັນທີ 19 ມີນາ ເຖິງ 21 ເມສາ 2020.
ສ່ວນຮູບແບບໃໝ່ໃນການຮຽນການສອນແມ່ນຈະແຈ້ງຜ່ານກຸ່ມຮຽນຂອງແຕ່ລະຫ້ອງຮຽນໂດຍແມ່ນຄູປະຈໍາຫ້ອງ ແລະຄູປະຈໍາວິຊາ ເຊິ່ງຈະເປັນຜູ້ຮັບຜິດຊອບ.ດັ່ງນັ້ນ ຂໍໃຫ້ນັກຮຽນຈົງຕິດຕາມກຸ່ມຫ້ອງຂອງຕົນເອງຢ່າງໃກ້ຊິດຕິດແທດ.
ດັ່ງນັ້ນ, ຈິ່ງແຈ້ງໃຫ້ຊາບທົ່ວເຖິງກັນ. ສອບຖາມຂໍ້ມູນ: 021-720120.