
ສາທາຈະນໍາໃຊ້ແພດໝໍ ແລະ ນັກສຶກສາການແພດ ນັບໝື່ນຄົນຮອງຮັບແຮງງານລາວທີ່ກັບຈາກຕ່າງປະເທດ
23rd March 2020ຈາກສະພາບການລະບາດຂອງໂຄວິດ-19 ທີ່ກໍາລັງລະບາດໜັກເກືອບທົ່ວໂລກ ແລະ ທີ່ໜ້າເປັນຫ່ວງແມ່ນບັນດາປະເທດໃກ້ຄຽງຂອງລາວ ລ້ວນມີຜູ້ຕິດເຊື້ອພະຍາດດັ່ງກ່າວ ຍິ່ງເຮັດໃຫ້ລາວເຮົາຕ້ອງມີມາດຕະການເຂັ້ມງວດໃນທຸກດ້ານໂດຍສະເພາະການເຂົ້-ອອກຕາມຊາຍແດນລະຫວ່າງປະເທດ ຕໍ່ກັບມາດຕະການດັ່ງກ່າວກະຊວງສາທາປະກາດຈະນໍາໃຊ້ພະນັກງານແພດໝໍ ແລະ ນັກສຶກສາການແພດນັບໝື່ນຄົນເພື່ອຮອງຮັບແຮງງານລາວທີ່ເດີນທາງກັບມາຈາກຕ່າງປະເທດ.
ກະຊວງສາທາລະນະສຸກນໍາໃຊ້ພະນັກງານແພດໝໍ ແລະ ນັກສຶກສາການແພດນັບໝື່ນຄົນຮອງຮັບແຮງງານລາວທີ່ກັບຈາກຕ່າງປະເທດ ຈາກສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ຫລາຍປະເທດໃນໂລກ ທີ່ມີມີທ່າອ່ຽງເພີ່ມຂຶ້ນ ໃນນັ້ນປະເທດໄທກໍ່ແມ່ນໜຶ່ງໃນປະເທດທີ່ມີການລະບາດເພີ່ມຂຶ້ນ, ຍ້ອນແນວນັ້ນ ທາງການຈຶ່ງໄດ້ໃຊ້ຫລາຍມາດຕະການເພື່ອຄວບຄຸມການແຜ່ລະບາດຂອງພະຍາດທີ່ຮ້າຍແຮງນີ້ ແລະ ສົ່ງຜົນກະທົບເຖິງແຮງງານຂອງລາວເຮົາທີ່ໄປເຮັດວຽກຢູ່ໄທ.
ທ່ານລັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ສໍາພາດ ໃນຕອນແລງ ວັນທີ 22 ມິນານີ້ວ່າ: ກະຊວງສາທາລະນະສຸກ ໄດ້ມີແຈ້ງການດ່ວນເຖິງພະນັກງານທຸກຂັ້ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ຮັບມືກັບແຮງງານລາວ ທີ່ໄປເຮັດວຽກຢູ່ໄທ ທີ່ກໍາລັງເດີນທາງກັບບ້ານເກີດເມືອງນອນ ໃນຂະນະທີ່ມີການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍໃຫ້ໃຊ້ມາດຕະການຄັດກອງ ກັບທຸກໆຄົນ ນັບທັງຄົນຕ່າງປະເທດທີ່ເດີນທາງເຂົ້າມາລາວ ແມ່ນຕ້ອງຖືກຈໍາກັດສະຖານທີ່ພັກເຊົາ ເປັນເວລາ 14 ວັນ
ໂດຍກະຊວງສາທາລະນະສຸກ ໄດ້ຈັດສົ່ງພະນັກງານແພດ ແລະ ນັກສຶກສາພະຍາບານ ຫລາຍໝື່ນຄົນ ອອກໄປສົມທົບກັບເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ໄປປະຈໍາຢູ່ດ່ານຕ່າງໆ ໃນຂອບເຂດທົ່ວປະເທດ ເພາະມີແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດນັບແສນຄົນ ກໍາລັງເດີນທາງກັບຄືນບ້ານເກີດເມືອງນອນຂອງຕົນ.
ທ່ານຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ຍ້ອນປະເທດໄທໄດ້ປິດດ່ານຊາຍແດນ ຈາກວິກິດການພະຍາດໂຄວິດ-19, ກະຊວງສາທາລະນະສຸກ ຈຶ່ງຮຽກຮ້ອງເຖິງປະຊາຊົນ ແລະ ເຈົ້າໜ້າທີ່ ທີ່ປະຈໍາຢູ່ບັນດາດ່ານເຂົ້າ-ອອກປະເທດ ຈົ່ງເອົາໃຈໃສ່ກວດຂັນທຸກຄົນທີ່ເຂົ້າອອກດ່ານຢ່າງເຄັ່ງຄັດ ໂດຍປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຢ່າງເຂັ້ມງວດ ໂດຍຈັດສະຖານທີ່ກັກກັນໃຫ້ເຂົາເຈົ້າຢ່າງເໝາະສົມເປັນເວລາ 14 ວັນ, ເຖິງວ່າຈະບໍ່ມີອາການສະແດງອອກ ຫລືບໍ່ກໍ່ຕາມ.
ທ່ານລັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຍັງຮຽກຮ້ອງມາຍັງທົ່ວສັງຄົມບໍ່ໃຫ້ແຕກຕື່ນຢ້ານກົວຈົນເກີນໄປ ເພາະບາງຄົນໄປຊື້ອາຫານ ແລະ ເຄື່ອງໃຊ້ມາກັກຕຸນໄວ້ ເພາະວ່າລັດຖບານໄດ້ມີມາດຕະການ ໃນການສະໜອງອາຫານ ແລະ ເຄື່ອງໃຊ້ປະຈໍາວັນ ຕະຫລອດເຖິງນໍ້າມັນເຊື້ອໄຟ ໃຫ້ມີຮັບໃຊ້ສັງຄົມຢ່າງພຽງພໍ.
ມາດຕະການນໍາໃຊ້ກັບແຮງງານລາວທີ່ກັບຈາກການໄປອອກແຮງງານທີ່ຕ່າງປະເທດໃຫ້ກັກກັນທີ່ບ້ານ 14ວັນຕາມຄໍາແນະນໍາຂອງແພດ,ເຮັດແນວໃດເຮົາຈະຕິດຕາມບຸກຄົນດັ່ງກ່າວໄດ້ໃນເວລາກັກກັນຕົວ(ມືຖື…….)ໃນກໍລະນີຜູ້ຖືກກັກກັນຫາກມີອາການໄຂ້,ໄອ,ຈາມຫຼື ຫາຍໃຈຍາກ ຕ້ອງໄດ້ປຶກສາແພດຢ່າງຮີບດ່ວນ. ໃນຊ້ວງ14ວັນ ຫາກບໍ່ມີອາການຄ້າຍສົງໃສເຂົ້າຄ່າຍໂຄວິດ19 ກໍໃຫ້ຍົກເລີກໄດ້ເລີຍບໍ? ຫຼື ຕ້ອງຕິດຕາມອາການເພີ້ມເຕີມອີກບໍ?