
ຂໍໃຫ້ເກີດຜົນ! ນາຍົກຊີ້ໃຫ້ຄົ້ນຄ້ວາຜ່ອນຜັນລາຄາ ແລະ ຕໍ່ເວລາຊໍາລະຄ່າໃຊ້ຈ່າຍຫຼາຍຢ່າງແກ່ປະຊາຊົນ
2nd April 2020ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃລາວ ກໍ່ຄືທົ່ວໂລກຍັງບໍ່ມີທ່າທີ່ດີຂຶ້ນ, ເຮັດໃຫ້ຫຼາຍປະເທດຕ້ອງປະເຊີນກັບຫຼາຍບັນຫາອັນສົ່ງຜົນກະທົບຫຼາຍດ້ານຕໍ່ປະເທດນັ້ນ ໂດຍສະເພາະລາວເຮົາ ທີ່ເປັນປະເທດກໍາລັງພັດທະນາ ຍິ່ງເຮັດໃຫ້ພົບຂໍ້ຫຍຸ້ງຍາກຫຼາຍຂຶ້ືນ. ແຕ່ຕໍກັບບັນຫາດັ່ງກ່າວລັດຖະບານກໍ່ໄດ້ອອກຫຼາຍນະໂຍບາຍເພື່ອແກ້ໄຂບັນຫາເຫຼົ່ານັ້ນໄປກ່ອນ ເຊິ່ງໜຶ່ງໃນນັ້ນແມ່ນໃຫ້ພາກສ່ສນກ່ຽວຂ້ອງຄົ້ນຄ້ວາຜ່ອນຜັນ ແລະ ຕໍ່ເວລາໃນການຊໍາລະຄ່າໄຟ້າ, ນໍ້າປະປາ ຂອງພາກຄົວເຮືອນ ແລະ ພາກທຸລະກິດ.
ເຊິ່ງອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການກໍານົດນະໂຍບາຍ ແລະ ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19ຕໍ່ເສດຖະກິດຂອງລາວ ສະບັບເລກທີ 31/ນຍ, ລົງວັນທີ 2 ເມສາ 2020 ມີເນື່ອໃນນະໂຍບາຍດັ່ງລຸ່ມນີ້:
ຊ່ວງໄລຍະກັກກັນຕົວຢູ່ເຮືອນສ່ວນຫລາຍຕ້ອງເປີດແອ ແລະ ພັດລົມຫລາຍເພື່ອເຮັດວຽກຢູ່ເຮືອນ ເຮັດໃຫ້ໃຊ້ໄຟຟ້າຫລາຍກວ່າປົກກະຕິຂໍຄວາມຊ່ວຍເຫລືອຈາກທາງຂັ້ນເທິງຊ່ວຍເຫລືອຫລຸດຜ່ອນຄ່າໄຟຟ້າໃຫ້ແດ່ເດີ ເຫັນໃຈຊາວຜູ້ອອກແຮງງານທີ່ລາຍໄດ້ຕ່ຳ ແລະ ບໍ່ມີລາຍໄດ້ເດີ