
ຢືນຢັນຈາກສາທາ! ກໍລະນີມີຜູ້ຕິດເຊື້ອໂຄວິດ-19 ຈໍານວນ 20ຄົນ ຄືຂ່າວປອມ
3rd April 2020ກະຊວງສາທາລະນະສຸກອອກມາຢືນຢັນແລ້ວ ເຖິງຂ່າວກ່ຽວກັບມີຜູ້ຕິດເຊື້ອໂຄວິດ-19 ໃນລາວເພີ່ມອີກ 10 ກໍລະນີ ລວມເປັນ 20 ກໍລະນີ ນັ້ນຄືຂ່າວປອມ; ສ່ວນຕົວເລກຕົວຈິງໃນລາວມາຮອດວັນທີ 3 ເມສາ 2020 ບໍ່ພົບຜູ້ຕິດເຊື້ອເພີ່ມຍອດລວມຍັງຄົງທີ່ 10ກໍລະນີ.
ວັນທີ 3 ເມສາ 2020 ເວລາ 14:30 ໂມງ ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວ ໂດຍທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ສະພາບການຄວບຄຸມ ແລະ ປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19 ມາຮອດມື້ນີ້ພວກເຮົາໄດ້ກວດຜູ້ຢູ່ໃນກໍລະນີສົງໃສ 22 ກໍລະນີ ໃນທົ່ວປະເທດ ເຊິ່ງຜົນກວດທັງໝົດ 22 ຄົນເປັນລົບ ບໍ່ມີຜູ້ຕິດເຊື້ອ, ສ່ວນຍອດລວມການເກັບຕົວຢ່າງມາກວດທັງໝົດ 520 ຄົນ, ກວດພົບເຊື້ອ 10 ຄົນ; ປັດຈຸບັນຈຳນວນກໍລະນີໃກ້ຊິດສຳຜັດກັບຄົນເຈັບ ທີ່ກຳລັງຕິດຕາມມີ 216 ຄົນຢູ່ໃນແຂວງອຸດົມໄຊ, ຫຼວງພະບາງ ແລະ ນະຄອນຫຼວງ.
ສະນັ້ນ, ມາຮອດວັນທີ 3 ເມສາ 2020 ເວລາ 14:30 ໂມງ ຄະນະສະເພາະກິດພວກເຮົາຂໍຢັ້ງຢືນວ່າ ຍອດຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ລວມທັງໝົດ 10 ຄົນເທົ່ານັ້ນ. ສ່ວນກະແສຂ່າວຢູ່ສື່ສັງຄົມອອນລາຍທີ່ຖືກເຜີຍແຜ່ອອກໄປກ່ຽວກັບມີຜູ້ຕິດເຊື້ອເພີ່ມອີກ 10 ກໍລະນີນັ້ນ ເປັນຂ່າວປອມ ບໍ່ມີຄວາມຈິງແຕ່ຢ່າງໃດ.
ຂອບໃຈຮູບພາບ: ຂ່າວເສດຖະກິດການຄ້າ