
ການຄ້າ ນວ! ອອກແຈ້ງການກໍານົດລາຄາສິນຄ້າ ໂດຍສະເພາະຊີ້ນໝູ ຫ້າມເກີນ 40.000/ກິໂລ
3rd April 2020ເພື່ອເປັນການຄວບຄຸມລາຄາສິນຄ້າ, ບໍ່ໃຫ້ແມ່ຄ້າສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ແຈ້ງລາຄາສິນຄ້າ ໃນໄລຍະມີສະພາບການລະບາດຂອງພະຍາດໂຄວິດ-19 ໂດຍໃຫ້ຈໍາໜ່າຍໃນລາຄາທີ່ກໍານົດໄວ້ໃນແຈ້ງການສະບັບນີ້.
ອີງຕາມແຈ້ງການຂອງພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ເລື່ອງ ແຈ້ງລາຄາ ໃນໄລຍະມີສະພາບການແຜ່ລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ສະບັບເລກທີ 0653/ອຄ.ນວ.ຄພນ, ລົງວັນທີ 3 ເມສາ 2020 ໂດຍໄດ້ກໍານົດລາຄາສິນຄ້າແຕ່ລະປະເພດໄວ້ລຸ່ມນີ້:
ລາຄາຊີ້ນແຕ່ລະປະເພດກໍານົດອອກມາແລ້ວ
ຫ້າມຂາຍເກີນນີ້ເດັດຂາດ