
ຕາມຄາດ 7ເມສາ! ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2ຄົນ ມີປະຫວັດໃກ້ຊິດກໍລະນີ 11 ແລະ 12
7th April 2020ອັບເດດມື້ນີ້, ສາທາຢືນຢັນ 7 ເມສາ 2020 ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2ກໍລະນີ ເປັນເພດຊາຍ ອາຍຸ 40ປີ ພະນັກງານຈາກບໍລິສັດພູເບ້ຍມາຍນິງ ແລະ ເພດຍິງ ອາຍຸ 19 ປີ ນັກສຶກສາມາຈາກປະເທດອັງກິດ, ເຮັດໃຫ້ປັດຈຸບັນຍອດລວມຜູ້ຕິດເຊື້ອໃນ ສປປ ລາວ ມີທັງໝົດ 14ຄົນ.
ວັນທີ 7 ເມສາ 2020 ເວລາ 14:30 ໂມງ ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວໃຫ້ຮູ້ວ່າ: ສະພາບການຄວບຄຸມ ແລະ ປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19 ມາຮອດມື້ນີ້ພວກເຮົາໄດ້ກວດຜູ້ຢູ່ໃນກໍລະນີສົງໄສທັງໝົດ 73 ກໍລະນີ, ຢູ່ນະຄອນຫຼວງວຽງຈັນ 59 ກໍລະນີ ແລະ ຕ່າງແຂວງ 14 ກໍລະນີ. ຜ່ານຜົນກວດພົບຜູ້ຕິດເຊື້ອ 2 ຄົນຄື:
1 ເພດຊາຍ ອາຍຸ 40 ປີ ເປັນພະນັງງານຂອງບໍລິສັດພູເບ້ຍມາຍນິງ ຢູ່ບ້ານດອຍກອຍ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ມີປະຫວັດເຮັດວຽກໃກ້ສິດສຳພັດກັບຜູ້ຕິດເຊື້ອຄົນທີທີ່ເປັນຊາວຕ່າງປະເທດທີ່ມາເຮັດວຽກຢູ່ລາວ.
2 ເພດຍິງ ອາຍຸ 19 ປີ, ຢູ່ບ້ານສ້າງຄູ, ເມືອງໄຊທານີ,ນະຄອນຫຼວງວຽງຈັນ ເປັນນັກສຶກສາ ມາຈາກແຕ່ປະເທດອັງກິດ.
ແນວໃດກໍຕາມ ທັງ2ກໍລະນີຫຼ້າສຸດມື້ນີ້ ລ້ວນແຕ່ມີປະຫວັດໃກ້ຊິດສໍາຜັດກັບຜູ້ຕິດເຊື້ອກໍລະນີທີ 11 ແລະ 12, ດັ່ງນັ້ນ ກຸ່ມຄົນທີ່ເຄີຍໃກ້ຊິດກັບເຂົາເຈົ້າທີ່ຍັງເຫຼືອ ຖືວ່າສ່ຽງທີ່ສຸດ.
ຂອບໃຈຮູບພາບ: ຂ່າວເສດຖະກິດການຄ້າ