
ກົມເຕັກໂນໂລຊີ ດິຈິຕ໋ອນ ຈັດສຳມະນາ ການນຳໃຊ້ເຕັກໂນໂລຊີດິຈິຕ໋ອນໃນຍຸກ 4.0 ເຂົ້າໃນການພັດທະນາເສດຖະກິດສັງຄົມ
27th December 2019ກົມເຕັກໂນໂລຊີດິຈິຕ໋ອນ (ກຕດ), ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມສຳມະນາ ໃນຫົວຂໍ້ “ສະພາບການພັດທະນາ ແລະ ການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນ ໃນຍຸກ 4.0 ເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ແລະ ເຜີຍແຜ່ການນຳໃຊ້ບັນດາຊອບແວຣ ຂອງໂຄງການຄົ້ນຄວ້າວິທະຍາສາດ” ທີ່ຫ້ອງວ່າການແຂວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ; ທ່ານ ບົວພັນ ສີວົງໄຊ, ຮອງຫົວໜ້າຫ້ອງວ່າການແຂວງວຽງຈັນ ແລະ ທ່ານ ພົມມະລາ ນັນທະວົງ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງວຽງຈັນ ເມື່ອບໍ່ດົນມານີ້.
ຈຸດປະສົງຂອງກອງປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈໃຫ້ຜູ້ເຂົ້າຮ່ວມເຫັນໄດ້ກ່ຽວກັບບົດບາດ, ຄວາມໝາຍຄວາມສໍາຄັນ ແລະ ທິດທາງແນວໂນ້ມ ການພັດທະນາ-ການນຳໃຊ້ເຕັກໂນໂລຊີດິຈິຕ໋ອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການຜະລິດ ແລະ ນໍາໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນຂອງຄົນເຮົາ ທັງເປັນການຍົກສູງປະສິດທິພາບຂອງການປະຕິບັດວຽກງານ ໂດຍການນໍາໃຊ້ລະບົບ ເຕັກໂນໂລຊີດິຈິຕ໋ອນ ເຂົ້າໃນການຄຸ້ມຄອງ-ບໍລິຫານລັດ ໃນຍຸກອຸດສາຫະກໍາ 4.0 ນີ້.
ໃນກອງປະຊຸມສຳມະນາດັ່ງກ່າວ, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການນຳສະເໜີ ແລະ ບັນຍາຍຈາກນັກວິທະຍາກອນທີ່ມີບົດຮຽນ ແລະ ປະສົບການຈາກກົມເຕັກໂນໂລຊີດິຈິຕ໋ອນ ກ່ຽວກັບ ການຄຸ້ມຄອງ-ບໍລິຫານລັດແບບດິຈິຕ໋ອນ. ວິທະຍາກອນ ຍັງໄດ້ສະເໜີກ່ຽວກັບການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕ໋ອນ ເຂົ້າໃນການຜະລິດ, ການຄ້າ ແລະ ບໍລິການສັງຄົມ ເຊັ່ນ: ລະບົບອິນເຕີເນັດແຫ່ງຊັບພະສີ່ງ (loT: Internet of Thing), ຖານຂໍ້ມູນມະຫາສານ (Big Data), ລະບົບຄັງຂໍ້ມູນ (Cloud Computing), ປັນຍາປະດິດ (AI: Artificial Intelligence) ແລະ ລະບົບຖານຂໍ້ມູນຜູກພັນ (Block Chain).
ຜູ້ເຂົ້າຮ່ວມ ໄດ້ຮັບຟັງການນໍາສະເໜີ ສູນຂໍ້ມູນດິຈິຕ໋ອນ (DATA CENTER) ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງເປັນພື້ນຖານໂຄງລ່າງທີ່ສໍາຄັນໃນການພັດທະນາອຸດສະຫະກຳດິຈິຕ໋ອນຂອງລາວ. ການສ້າງຕັ້ງສູນດັ່ງກ່າວ ເປັນການປະກອບສ່ວນທີ່ສຳຄັນຂອງການຫັນເປັນອຸດສະຫະກຳ.
ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການນຳສະເໜີບັນດາຊອບແວຣຕ່າງໆ ທີ່ທາງກົມໄດ້ຄົ້ນຄວ້າ ແລະ ພັດທະນາຂື້ນມາ ເຊັ່ນ: ລະບົບກອງປະຊຸມທາງໄກ, ລະບົບຄຸ້ມຄອງຊັບສິນ, ລະບົບຄຸ້ມຄອງພະນັກງານ, ລະບົບນັບຄະແນນສຽງ, ລະບົບເອກະສານຂາເຂົ້າ-ຂາອອກ ແລະ ອື່ນໆ ເປັນຕົ້ນ.
ໂອກາດດຽວກັນນີ້, ກຕດ ໄດ້ມອບຄອມພິວເຕີ ໃຫ້ພະແນກວິທະຍາສາດ ແລະ ເຕັກໂນໂລຊີ(ພວຕ) ແຂວງວຽງຈັນ ເພື່ອຮັບໃຊ້ເຂົ້າໃນການປະຕິບັດວຽກງານ.
ເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້ ມີຈຳນວນ 150 ທ່ານ, ຍິງ 47 ທ່ານ ຊຶ່ງໃນຈໍານວນນີ້ມີຜູ້ຕາງໜ້າຈາກ ພວຕ ນະຄອນຫຼວງວຽງຈັນ, ບັນດາພະແນກການ 18 ພະແນກ ອ້ອມຂ້າງແຂວງ ແລະ ບັນດາຫ້ອງການເມືອງ 4 ຕົວເມືອງ.
ພາບ ແລະ ຂ່າວ: ກົມເຕັກໂນໂລຊີດິຈິຕ໋ອນ