
ປວກຮາກທຸກຮູບແບບສູດນີ້ຊ່ວຍໄດ້ ດີແທ້ຫຼືບໍຕ້ອງພິສູດ
8th April 2020ຂີງເປັນພືດພັນພື້ນບ້ານທີ່ພວກເຮົາມີໄວ້ປະຈຳຫ້ອງຄົວເກືອບທຸກເຮືອນ ເພາະສ່ວນໃຫຍ່ໃຊ້ເປັນສ່ວນປະກອບຂອງການຫານຊ່ວຍດັບກິ່ນ ແລະຍັງເພີ່ມລົດຊາດໃຫ້ແຊບຂຶ້ນ ແຕ່ອາດບໍ່ມີໃຜຮູ້ຂີງສາມາດຊ່ວຍຕ້ານພະຍາດມະເຮັງ ແລະອາການສະໝອງເສື່ອມ ມື້ນີ້ເຮົາມາຮຽນຮູ້ວິທີການນຳໃຊ້ດີກວ່າ.
ມີລາຍງານການວິໄຈໃນຄົນພົບວ່າ ຂີງມີສັບພະຄຸນໃນຄົນພົບວ່າຂີງສາມາດປ້ອງກັນອາການປວດຮາກ ເມົາລົດ ເມົາເຮືອ ບັນເທົາການປວດຮາກຫຼັງຜ່າຕັດ ຕະຫຼອດຮອດແມ່ຍິງຖືພາ ແລະຜູ້ທີ່ກຳລັງໃຊ້ເຄມີບຳບັດ ສຳຄັນໄປກວ່ານັ້ນພະຍາດທີ່ມັກເກີດທຸກວັນນີ້ຄືພະຍາດມະເຮັງ ແລະສໝອງເສື່ອມ.
ການປຸງແຕ່ງຂີງໄວ້ສຳລັບເປັນຢານັ້ນຄວນເຮັດແນວໃດເຮົາມາເບິ່ງວິທີພ້ອມໆກັນເລີຍ!!!!
– ຂີງອ່ອນ 1 ກີໂລ, ເກືອສອງບ່ວງ(ບ່ວງກິນເຂົ້າ), ໝາກນາວ 4 ໜ່ວຍ, ນ້ຳຕານເຄິ່ງຖ້ວຍນ້ອຍ.
ວິທີເຮັດ ນຳຂີງມາລ້າງໃຫ້ສະອາດປອກເປືອກອອກ ຫັ່ນເປັນຊິ້້ນບາງໆຕາມທາງຂວາງໃສ່ນ້ຳຕານ, ນ້ຳໝາກນາວ, ເກືອໜ້ອຍໜຶ່ງຄົນໃຫ້ເຂົ້າກັນແລ້ວປະໄວ້ປະມານ 1 ຊົ້ວໂມງ ຂີງຈະເປັນເປັນສີຊົມພູ ສາມາດນຳມາດື່ມໄດ້ເລີຍ.
ແຕ່ທັ້ງນີ້ຖ້າຢາກເຮັດເກັບໄວ້ດົນຂື້ນໃຫ້ນຳເອົານ້ຳຕານ ເກືອ ແລະນ້ຳໝາກນາວໄປຄ້ຽວໃນໝໍ້ໃຫ້ສຸກສາກ່ອນຈິ່ງເອົາມາຄົນປົນກັບຂີງແລ້ວເກັບໄວ້ໃນພາຊະນະທີ່ປິດສະໜິດເກັບໄວ້ໃນຕູ້ເຢັນກໍຈະສາມາດເກັບໄວ້ໄດ້ດົນເປັນເດືອນ.