
ໄປເບິ່ງຕອນນີ້ຍັງທັນເດີ້ ຄືນທີ່ດວງຈັນຢູ່ໃກ້ໜ່ວຍໂລກເຮົາຫຼາຍທີ່ສຸດ
8th April 2020ຄືທີ່ແອັດມິນເຄີຍສະເໜີຂ່າວໄປແລ້ວວ່າຄືນນີ້ດວງເດືອນຈະລົງມາຢູ່ໃກ້ໜ່ວຍໂລກທີ່ສຸດໃຫ້ພວກເຮົາໄດ້ເຊີຍຊົມ ຖ້າຫາກວ່າຕອນນີ້ໃຜຍັງບໍ່ທັນເຫັນບໍ່ທັນຖ່າຍຮູບໄວ້ອອກໄປດ້ານນອກເລີຍສ່ອງເບິ່ງຍັງເຫັນປະເຈີດປະເຈີ້ງາມອີຫຼີ ແຕ່ຖ້າຈຸດທີ່ທ່ານຢູ່ບໍ່ເອື້ອຍອຳນວຍກໍ່ຄົງອົດໄປປີໜ້າພຸ້ນລະຈິ່ງໄດ້ມາຊົມອີກຄັ້ງ!
ຕາມສະຖາບັນວິໄຈດາລາສາດສາກົນເຊີນຊວນທຸກຄົນໄດ້ເບິ່ງປະກົດການພະຈັນເຕັມດວງໃກ້ໂລກທີ່ສຸດໃນຮອບປີ ເຊິ່ງຈະປະກົດໃຫ້ເຫັນມື້ ວັນທີ 8 ເມສາ 2020 ນີ້ຕັ້ງແຕ່ເວລາ 17:52ໂມງຫາຕອນເຊົ້າຂອງວັນທີ 9 ມີເວລາໄດ້ເຫັນຍາວນານເລີຍ.
ປະກົດການດັ່ງກ່ສວນີ້ສາມາດເຫັນໄດ້ດ້ວຍຕາເປົ່າທາງດ້ານທິດຕາເວັນອອກ ຕາມຂໍ້ມູນໃຫ້ຮູ້ວ່າ ການປະກົດໂຕຂອງດວງຈັນຄັ້ງນີ້ແມ່ນຢູ່ຫ່າງຈາກໜ່ວຍໂລກ 357.022 ກິໂລແມັດຫາກປຽບທຽບກັບດວງຈັນໃນຊ່ວງເວລາປົກກະຕິຈະມີຂະໜາດໃຫຍ່ກວ່າ 7% ແລະສະຫວ່າງກວ່າ16%.
ຖືເປັນປະກົດການດວງຈັນເຕັມດວງທີ່ໃກ້ໂລກທີ່ສຸດໃນຮອບປີ ຖ້າໃຜພາດມື້ອື່ນກໍຕ້ອງລໍຖ້າປີໜ້າ2021 ໃນວັນທີ26ພຶດສະພາຈະມີໄລຍະຫ່າງຈາກໂລກ 357.454 ກິໂລແມັດ