
ສາມອົງການຈັດຕັ້ງມະຫາຊົນກະຊວງການເງິນ ຈະແຈກຜ້າອັດປາກ-ດັງ ຕໍ່ໜ້າກະຊວງການເງິນ ບ້ານໂພນໄຊ
9th April 2020ຂໍຊົມເຊີຍ!!! ສາມອົງການຈັດຕັ້ງມະຫາຊົນ ກະຊວງການເງິນ, ໄດ້ກະກຽມຜ້າອັດປາກ-ດັງຈຳນວນ 4.000 ອັນ ແລະ ນໍ້າດື່ມຈໍານວນ 100 ແກັດ, ຊຶ່ງໃນວັນທີ 10 ເມສາ 2020 ນີ້, ຕໍ່ໜ້າກະຊວງການເງິນ ບ້ານໂພນໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ,
.
ຈະໄດ້ແຈກຢາຍຟຣີໃຫ້ພໍ່ເມ່ພີ້ນ້ອງປະຊາຊົນລາວບັນດາເຜົ່າທີ່ກາຍໄປກາຍມາ…ໃນຊ່ວງເວລາ 9:00-12:00 ໂມງ,
.
ສ່ວນໃນຕອນບ່າຍເວລາ 13:30-16:30 ໂມງ, ຈະໄດ້ເລາະແຈກຢາຍນ້ຳດື່ມ, ຜ້າອັດປາກ-ດັງຕາມປ້ອມຕໍາຫຼວດ 4 ໂພນທັນ, 4 ແຍກດົງໂດກ, 4 ແຍກໄຟແດງຫຼັກ 6, 4 ແຍກທາດຫຼວງ ແລະ 4 ແຍກສີຫ້ອມ.
.
.
.
.