
ຍີ່ຫໍ້ນີ້ທີ່ຈະນຳມາໃຊ້ ຂົນສົ່ງໃນເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ
16th April 2020ການມີທາງລົດໄຟຄວາມໄວສູງເປັນຄັ້ງທຳອິດຂອງປະເທດເຮົາໃຜໆກໍ່ນຶກພາບບໍ່ອອກຢາກຮູ້ຢາກເຫັນຕົກລົງຈະອອກມາເປັນແນວໃດ ຂະນະທີ່ບັນດາວິຊາການ, ກຳມະກອນເຖິງຈະມີພະຍາດລະບາດ ມີຄວາມຫຍຸ້ງຍາກພຽງໃດພວກເພິ່ນກໍ່ບໍ່ລົດລະ ຫວ່າງໝໍ່ມານີ້ໄດ້ເລີ່ມມີການວາງລາງໃນບາງຈຸດ ແລະຕອນນີ້ເຮົາກໍ່ຮູ້ແລ້ວວ່າ ແມ່ນລົດໄຟຍີ່ໃດທີ່ຈະນຳມາແລ່ນບໍລິການສັງຄົມ ນັ້ນກໍ່ຄື CR200J ຫຼືມີສາຍາວ່າ “Hulk” ທີ່ເປີດໂຕໃນປີ 2019 ຜ່ານມາ ຈະຖືກນໍາໃຊ້ແລ່ນໂດຍກົງ ໃນເສັ້ນທາງລົດໄຟລາວ-ຈີນ , ລະຫວ່າງນະຄອນຫຼວງວຽງຈັນຫາຄຸນໝິງຂອງ ສປ ຈີນ.
ຕາມຂ່າວໃຫ້ຮູ້ວ່າ: ບໍລິສັດລາວຊົງ Laozhong ທາງລົດໄຟ ຈຳກັດ ຈະຈັດຊື້ຈໍານວນ 2ຄະບວນ ທໍາອິດ, ທີ່ໄຊ້ໄຟຟ້າຂະໜາດກາງ ແລ່ນດ້ວຍຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ,ເຊິ່ງມີມູນຄ່າສັນຍາທີ່ມີ100 ລ້ານຢວນ ຫຼື ປະມານ 14,2ລ້ານໂດລາສະຫະລັດ ແລະ ເທົ່າກັບ 127ຕື້ກີບ.
ທາງລົດໄຟລາວ-ຈີນ ເຊື່ອມຕໍ່ເມືອງຄຸນໝິງ,ສປຈີນ ແລະ ນະຄອນຫຼວງວຽງຈັນ, ແມ່ນໂຄງການສຳຄັນຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຍັງເປັນທາງລົດໄຟສາກົນທຳອິດ ທີ່ລົງທືນ ແລະ ກໍ່ສ້າງໂດຍຈີນ, ປະຕິບັດມາດຕະຖານເຕັກນິກຂອງຈີນຕະຫຼອດເສັ້ນທາງ, ນຳໃຊ້ອຸປະກອນຂອງຈີນ, ແລະ ເຊື່ອມຕໍ່ໂດຍກົງກັບເຄືອຂ່າຍທາງລົດໄຟຈີນ ຕາມແຜນໂຄງການນີ້ຈະໃຫ້ສຳເລັດທັງໝົດພ້ອມເປີດນຳໃຊ້ພາຍໃນປີ 2021 ນີ້ຢ່າງແນ່ນອນ.
ລົດໄຟລຸ້ນ CR200J ຍີ່ຫໍ້ “Fuxing” ແມ່ນຜະລິດໂດຍບໍລິສັດ China Railway Group ແລະ CRRC, ຮ່ວມກັນພັດທະນາ, ສາມາດແລ່ນດ້ວຍຄວາມໄວສູງສຸດ 160 ກິໂລແມັດຕໍ່ຊົ່ວໂມງ.
ບໍລິສັດທາງລົດໄຟຈີນ – ລາວ ຈຳກັດແມ່ນບໍລິສັດຮ່ວມລົງທຶນສ້າງຕັ້ງຂຶ້ນໂດຍບໍລິສັດຈາກຈີນແລະລາວທີ່ນະຄອນຫຼວງວຽງຈັນ, ສປປລາວ ,ມີທຶນຈົດທະບຽນ 15 ຕື້ຢວນ. ຮູບແບບການລົງທືນໂຄງການ,ອອກແບບ, ກໍ່ສ້າງ ແລະ ດຳເນີນງານ.
ຈາກນີ້ໄປ ພຽງແຕ່ທ້າຍປີ 2021 ເທົ່ານັ້ນ ລົດໄຟລາວ-ຈີນ ກໍ່ຈະສໍາເລັດ : ເສັ້ນທາງລົດໄຟລາວ-ຈີນ ໂຄງການແຫ່ງຄວາມຫວັງຂອງລາວ ແລະ ດ້ວຍຄວາມຕັດສິນໃຈສູງຂອງລັດຖະບານ, ເສັ້ນທາງລົດໄຟຄວາມໄວສູງ ມີຈຸດເລີ່ມຕົ້ນຢູ່ດ່ານຊາຍແດນບໍເຕັນລະຫວ່າງລາວ-ຈີນ ໄປສິ້ນສຸດຢູ່ນະຄອນຫຼວງວຽງຈັນ, ມີຄວາມຍາວ ທັງໝົດ 414 ກິໂລແມັດ ເຊິ່ງລວມທັງອຸບມົງ 76 ແຫ່ງມີຄວາມຍາວທັງໝົດ 198 ກິໂລແມັດ.
ໃນຈຳນວນ 76 ອຸບມົງນັ້ນມີແຫ່ງໜຶ່ງທີ່ຍາວສຸດເຖິງ 9.384 ແມັດ ຫຼື 9 ກິໂລແມັດກວ່າ ໄດ້ສ້າງສຳເລັດ ພ້ອມຈັດພິທີສະເຫຼີມສະຫຼອງໃນວັນທີ 27 ທັນວາ 2019 ເອີ້ນຊື່ວ່າອຸມົງເລກ 2 ຢູ່ເຂດບ້ານເສີນ ເມືອງຊຽງເງິນ ແຂວງຫຼວງພະບາງ ໂດຍແມ່ນບໍລິສັດຈີນເປັນຜູ້ຮັບເໝົາໄດ້ເຈາະຊອດຢ່າງສຳເລັດຜົນກ່ອນເວລາກຳນົດ 7 ເດືອນ.
ອຸມົງເລກ 2 ຢູ່ເຂດບ້ານເສີນຢູ່ລະຫວ່າງແຂວງຫຼວງພະບາງແລະແຂວງວຽງຈັນຍາວທັງໝົດ 9.384 ແມັດ, ການເຈາະອຸມົງແຫ່ງນີ້ຢ່າງສຳເລັດຜົນເປັນຂີດໝາຍສະແດງໃຫ້ເຫັນວ່າ ໂຄງການເຈາະອຸມົງໃນໂຄງການທາງລົດໄຟລາວ-ຈີນກ້າວເຂົ້າສູ່ໄລຍະສຸດທ້າຍ ແລະ ຈະກ້າວໄປສູ່ໄລຍະກໍ່ສ້າງລາງລົດໄຟ.