
ຈາກກໍລະນີຕົວຈີງ 2 ໃນ 19 ຜູ້ຕິດເຊື້ອໃນລາວບໍ່ສະແດງອາການ
23rd April 2020ໂຄວິດ19 ປະຈຸບັນບັນດາຜູ້ຊ່ຽວຊານດ້ານການແພດກວດພົບຄົນຕິດເຊື້ອທີ່ບໍ່ມີອາການສະແດງອອກສູງເຖິງ 70- 80 % ຊື່ງມີຄວາມສ່ຽງສູງຈະເຮັດໃຫ້ຄົນຕິດເຊື້ອພະຍາດນີ້ຫຼາຍຂຶ້ນໃນຕໍ່ໜ້າ, ສຳລັບລາວມີຜູ້ຕິດເຊື້ອພະຍາດໂຄວິດ ທັງໝົດ 19 ຄົນ ໃນນີ້ 2 ຄົນບໍ່ສະແດງອາການຕ່າງໆໃນນິຍາມເລີຍນັບແຕ່ມື້ເຂົ້າຮັບການປີ່ນປົວຈົນເຖິງມື້ອອກອອກໂຮງໝໍ.
ຮອງສາດສະດາຈານ ດຣ ມາຍຟອງ ມາຍຊາຍ ຮອງອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ ທັງເປັນປະທານສະມາຄົມແພດພະຍາດຊືມເຊື້ອລາວ ຊີ້ໃຫ້ເຫັນວ່າ: ຄົນທີ່ຕິດເຊື້ອພະຍາດໂຄວິດ19 ທີ່ບໍ່ມີອາການສາມາດສົ່ງເຊື້ອຫາຜູ້ທີ່ສຳຜັດໃກ້ຊິດໄດ້ໂດຍທີ່ບໍ່ຮູ້ສຶກໂຕ ແລະມີລະດັບຂອງເຊື້ອພະຍາດເທົ່າໆກັນ ແຕ່ຈະບໍ່ສະແດງອາການເຊັ່ນ: ບໍ່ມີໄຂ້, ກວດອຸນຫະພູມບໍ່ຂຶ້ນ, ບໍ່ປວດໂຕ, ຄໍບໍ່ແຫ້ງ, ບໍ່ເຈັບຄໍ ແລະ ອອກອາການອື່ນໆຄືກັບບາງຄົນທີ່ສະແດງອາການ.
ສະນັ້ນການປະຕິບັດຄໍາສັ່ງເລກທີ 06 ຂອງນາຍົກລັດຖະມົນຕີຈີ່ງມີຄວາມສຳຄັນ ແລະຈຳເປັນທີ່ສຸດທີ່ຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດເນື່ອງຈາກປະຈຸບັນປະຊາຊົນລະເຫຼີງຫລາຍ, ອອກເຮືອນໃຊ້ຊີວິດປົກກະຕິ ແລະ ບໍ່ຮັກສາໄລຍະຫ່າງ ພາຍຫລັງໄດ້ຍິນວ່າບໍ່ພົບຄົນຕິດເຊື້ອໃນລາວເພີ່ມຂື້ນ.
ຮອງອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ ຍັງກ່າວຕື່ມວ່າ: ພະຍາດໂຄວິດ19ເປັນພະຍາດທີ່ເກີດຂຶ້ນໃໝ່ ສະນັ້ນຍັງມີຫຼາຍຢ່າງທີ່ນັກວິທະຍາສາດ ນັກຄົ້ນຄວ້າ ແພດໝໍຍັງບໍ່ທັນຮູ້ຈັກ ຫລືເຂົ້າໃຈຢ່າງເລິກເຊິງກວ້າງຂວາງ ແລະມາຮອດປັດຈຸບັນຍັງບໍ່ມີຫຼັກຖານຢ່າງຊັດເຈນທາງດ້ານວິຊາການວ່າຢາປິ່ນປົວຊະນິດໃດ, ຢາກຸ່ມໃດທີ່ມີປະສິດທິພາບສູງໃນການປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ19 .
ໃນຂະນະດຽວກັນເຊື້ອພະຍາດນີ້ຍັງມີລັກສະນະຊັບຊ້ອນຊື່ງຕ້ອງສຶກສາ ແລະຄົ້ນ ຄ້ວາຕື່ມເປັນຕົ້ນການບໍ່ສະແດງອາການ; ໄດ້ຮັບການປິ່ນປົວແລ້ວສາມາດມີເຊື້ອບວກຄືນໃໝ່ ດັ່ງກໍລະນີຄົນເຈັບຢູ່ປະເທດໃກ້ຄຽງ.
ຂ່າວຈາກ: Lao National Radio