
ຄັກສຸດ! ແຈກສູດເພາະປູກເຫັດເຟືອງໃນທໍ່ແທ່ງສ້າງ ເຮັດໄດ້ງ່າຍແຕ່ຜົນຮັບດີເກີນຄາດ
26th April 2020ສະບາຍດີແຟນເພຈທີ່ໜ້າຮັກ, ມື້ນີ້ແອັດມິນຈະນໍາເອົາຄວາມຮູ້ກ່ຽວກັບກະສິກໍາມາແຈກອີກແລ້ວ, ໂດຍແອັດມິນໄດ້ໄປຫາຂໍ້ມູນກ່ຽວກັບການເພາະປູກເຫັດເຟືອງໃນທໍ່ແທ່ງສ້າງ ທີ່ເຮັດໄດ້ແບບງ່າຍ ແຕ່ຜົນໄດ້ຮັບພັດດີເກີນຄາດ ແລະ ບໍ່ມີຂັ້ນຕອນຫຍັງຫຍຸ້ງຍາກອີກດ້ວຍ.
ວັດຖຸທີ່ຕ້ອງກະກຽມ
1 ຮໍໂມນໄຂ່ 0,5ລິດ
2 ປຸ໋ຍຢູເຣຍ 0,5 ກິໂລກຣັມ(ແຕ່ຖ້າບໍ່ມີບໍ່ໃສ່ກໍ່ໄດ້)
3 ປຸ໋ຍສູດ 15:15:15 ປະລິມານ 0,5 ກິໂລກຣັມ (ຫາກບໍ່ມີບໍ່ໃສ່ກໍ່ໄດ້ເຊັ່ນກັນ)
4 ກາກນໍ້າຕານ 0,5 ກິໂລກຣັມ
5 ແປ້ງເຂົ້າໜຽວ 0,5 ກິໂລກຣັມ
6 ເຟືອງເຂົ້າ
7 ເຊື້ອເຫັດເຟືອງ
8 ທໍ່ແທ່ງສ້າງ
ວິທີການເຮັດ: ເລີ່ມຕົ້ນດ້ວຍເທສ່ວນປະສົມທັງໝົດລົງໃນຖັງປຸ໋ຍຢູເຣຍ, ປຸ໋ຍສູດ 15:15:15, ຮໍໂມນໄຂ່, ແປ້ງເຂົ້າໜຽວ, ກາກນໍ້າຕານ ແລະ ຄົນໃຫ້ເຂົ້າກັນ. ຕໍ່ມາໃຫ້ນໍາເອົາເຟືອງລົງໄປແຊ່ໃນຖັງ ໂດຍໃຫ້ເຟືອງປຽກນໍ້າທັງໝົດ 1 ຄືນ ເພື່ອລ້າງນໍ້າຢາກັນເຊື້ອລາໃນເຟືອງເຂົ້າ(ເນື່ອງຈາກໃນເຟືອງເຂົ້າ ມັກມີການສີດຢາກັນເຊື້ອລາເອົາໄວ້ ຫາກນໍາມາເພາະເຫັດເຟືອງ ເຫັດອາດບໍ່ຂຶ້ນກໍ່ເປັນໄດ້).
ຫຼັງຈາກແຊ່ເຟືອງເຂົ້າໄດ້ 1ຄືນແລ້ວ ໃຫ້ນໍາເຟືອງທີ່ຊຸ່ມນໍ້າໄປໃສ່ໃນທໍ່ແທ່ງສ້າງໜາຈາກພື້ນປະມານ 10 ຊັງຕີແມັດ ໂດຍເຂ່ຍໃຫ້ສະເໝີກັນ ແລະ ເຮັດໃຫ້ແໜ້ນ. ຫຼັງຈາກນັ້ນ ໂຮຍດ້ວຍປຸ໋ຍຄອກໃຫ້ທົ່ວ ພໍໃຫ້ຖ້ວມເຟືອງເຂົ້າ.
ຕໍ່ມານໍາເຊື້ອເຫັດມາປະສົມກັບແປ້ງເຂົ້າໜຽວໃນປະລິມານເທົ່າກັນ, ຈາກນັ້ນໂຮຍເຊື້ອເຫັດເຟືອງໃຫ້ທົ່ວແລ້ວນໍານໍ້າທີ່ແຊ່ເຟືອງມາຫົດໃຫ້ທົ່ວ. ແລ້ວນໍາເອົາທໍ່ແທ່ງສ້າງເພາະເຫັດນັ້ນໄປໄວ້ໃນບ່ອນຫົ່ມ ນໍາເອົາແຜ່ນຢາງ ແລະ ຕາໜ່າງມາປົກໄວ້ບໍໃຫ້ມີແສງເຂົ້າ ເຊິ່ງຖືເປັນຂັ້ນຕອນສຸດທ້າຍ.
ຫຼັງຈາກນັ້ນກໍ່ຫົດນໍ້າທຸກມື້ເຊົ້າ-ແລງ ໃຫ້ສະໝໍ່າສະເໝີ ເຮັດໃຫ້ທໍ່ແທ່ງສ້າງມີຄວາມຊື້ນຢູ່ຕະຫຼອດ ເມື່ອຄົບ 3-4ວັນ ໃຫ້ເປີດເບິ່ງຈະເລີ່ມເຫັນເປັນຂຸຍສີຂາວໆ ນັ້ນສະແດງວ່າເຫັດເລີ່ມຈະເລີນເຕີບໂຕແລ້ວ, ຫຼັງຈາກນັ້ນປະມານ 2ອາທິດ ເຫັດເຟືອງຈະອອກດອກໃຫ້ໄດ້ເກັບກ່ຽວຜົນຜະລິດ.