
ໜ້າສົນໃຈ! ຕ້ອງການພະນັກງານຝ່າຍຜະລິດຈໍານວນຫຼາຍພ້ອມມີທີ່ພັກ ແລະ ລົດຮັບສົ່ງໃຫ້
27th April 2020ເປັນຂ່າວດີສໍາລັບໃຜທີ່ກໍາລັງຫວ່າງວຽກ ຫຼື ຢາກປ່ຽນວຽກໃນຕອນນີ້ ໂດຍມີໂຮງງານຍີ່ປຸ່ນທີ່ຍ້າຍການຜະລິດມາເປີດຢູ່ ນະຄອນຫຼວງວຽງຈັນ ມີຄວາມຕ້ອງການພະນັກງານຝ່າຍຜະລິດເຂົ້າປະຈໍາຢູ່ໂຮງງານຜະລິດເຄື່ອງອຸປະກອນການແພດ,ເອເລັກໂທນິກ ຂອງຍີ່ປຸ່ນ ຈໍານວນຫຼາຍເຖິງ 200 ຄົນ.
ເຊິ່ງສິ່ງຕອບແທນທີ່ພະນັກງານຈະໄດ້ຮັບມີ ເງິນເດືອນເລີ່ມຕົ້ນ 1,4ລ້ານຂຶ້ນໄປ, ມີເງິນໂບນັດປະຈໍາປີ, ມີເງິນຂະຫຍັນໃນແຕ່ລະເດືອນ, ມີຫໍພັກພະນັກງານ, ມີລົດຮັບສົ່ງ, ມີໂຮງອາຫານ, ມີປະກັນສັງຄົມ, ມີເງິນລ່ວງເວລາໃຫ້ ພ້ອມສອນວຽກໃຫ້ເປັນກ່ອນເລີ່ມເຮັດວຽກ.
ເຊິ່ງບັນດາເງື່ອນໄຂໃນການສະໝັກແມ່ນ ເພດຍິງ-ຊາຍ ອາຍຸແຕ່ 18-35 ປີ ໂດຍມີຄວາມຕ້ອງການຊາຍ 80% ແລະ ຍິງ 20%, ຈົບມັດທະຍົມຕອນຕົ້ນຂຶ້ນໄປ, ສາມາດອ່ານ ແລ ະຂຽນພາສາລາວໄດ້ດີ, ສຸຂະພາບແຂງແຮງ, ມີຄວາມຫ້າວຫັນ ແລະ ເຮັດວຽກເປັນທີມໄດ້.
ສ່ວນວິທີການສະໝັກ ຫຼື ລາຍລະອຽດອື່ນໆ ສາມາດອ່ານຕາມປະກາດລຸ່ມນີ້ໄດ້.
ປິດຮັບແລ້ວບໍ່?
ປິດຮັບແລ້ວບໍ