
ໄຂ້ຍຸງລາຍ! ອີກ 1ພະຍາດອັນຕະລາຍທີ່ຕ້ອງເຝົ້າລະວັງໃນຊ່ວງນີ້
27th April 2020ປັດຈຸບັນ ຫຼາຍຄົນແມ່ນມີຄວາມກັງວົນຕໍ່ກັບການແຜ່ລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ຈົນອາດລືມປ້ອງກັນອີກພະຍາດໜຶ່ງ ທີ່ສ່ວນໃຫຍ່ແມ່ນມັກເກີດການແຜ່ລະບາດໃນລະດູຝົນ ກໍຄືພະຍາດໄຂ້ຍຸງລາຍ ເຊິ່ງມາເຖິງປັດຈຸບັນ ນະຄອນຫຼວງວຽງຈັນ (ນວ) ແມ່ນພົບ 1 ກໍລະນີເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍແລ້ວ
ອີງຕາມການລາຍງານຂອງພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຈົນເຖິງວັນທີ 23 ເມສາ 2020 ໄດ້ມີກໍລະນີສະສົມຄົນເຈັບພະຍາດໄຂ້ຍຸງລາຍທົ່ວ ນວ ທັງໝົດ 280 ກໍລະນີ ເປັນຍິງ 143 ກໍລະນີ ເສຍຊີວິດ 1 ກໍລະນີ ໃນນັ້ນ ເມຶອງໄຊທານີ ມີ 83 ກໍລະນີ ເສຍຊີວິດ 1 ກໍລະນີ ໄຊເສດຖາ 37 ກໍລະນີ ສັງທອງ 35 ກໍລະນີ ສີສັດຕະນາກ 28 ກໍລະນີ ນາຊາຍທອງ 25 ກໍລະນີ ສີໂຄດຕະບອງ 22 ກໍລະນີ ຫາດຊາຍຟອງ 19 ກໍລະນີ ປາກງື່ມ 18 ກໍລະນີ ຈັນທະບູລີ 13 ກໍລະນີ.
ເພື່ອເປັນການປ້ອງກັນພະຍາດໄຂ້ຍຸງລາຍ ບໍ່ໃຫ້ມີການແຜ່ລະບາດແຜ່ລາມເປັນວົງກວ້າງ ແລະ ບໍ່ໃຫ້ມີກໍລະນີໃໝ່ນັ້ນ ທຸກຄົນຄວນພ້ອມກັນປ້ອງກັນບໍ່ໃຫ້ຍຸງລາຍກັດ ໄປຄຽງຄູ່ກັບການປະຕິບັດຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກເປັນປະຈຳ ໂດຍສະເພາະທຳລາຍແຫຼ່ງເພາະພັນໜອນນ້ຳຍຸງລາຍ ບໍ່ມີໜອນນ້ຳ ກໍຈະບໍ່ມີຍຸງລາຍ.
ຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່