
ຫາຂໍ້ມູນໃຫ້ດີກ່ອນຊື້! ລະວັງຕົກເປັນເຫຍື່ອເສຍເງິນໃຫ້ກຸ່ມຄົນບໍ່ດີ
28th April 2020ບໍລິສັດອີທີແອລ ຈໍາກັດ ອອກແຈ້ງການຊີ້ແຈງ ຂໍ້ເທັດຈິງກ່ຽວກັບມີບາງເພຈໂພສຂາຍເບີ Netsim ອີທີແອລ ຫຼິ້ນເນັດບໍ່ຈໍາກັດ ຄື່ມ 10.000ກີບຕໍ່ອາທິດ ຄວາມແຮງບໍ່ຈໍາກັດຄູນສອງ ລົງໃນສື່ສັງຄົມອອນລາຍ, ເຊິ່ງເປັນຂໍ້ມູນທີ່ຜິດດ່ຽງ ແລະ ສ້າງຄວາມເສຍຫາຍໃຫ້ແກ່ບໍລິສັດ.
ໃນແຈ້ງການຂອງບໍລິສັດດັ່ງກ່າວລະບຸວ່າ ປັດຈຸບັນ ໄດ້ມີບາງເພຈ ໂພສຂາຍເບີ Netsim ອີທີແອລ ຫຼິ້ນເນັດບໍ່ຈໍາກັດ ຄື່ມ 10.000ກີບຕໍ່ອາທິດ ຄວາມແຮງບໍ່ຈໍາກັດຄູນສອງ ລົງໃນສື່ສັງຄົມອອນລາຍ, ເຊິ່ງຂໍ້ມູນດັ່ງກ່າວແມ່ນໂຄສະນາເກີນຄວາມຈິງເຮັດໃຫ້ລູກຄ້າເຂົ້າໃຈຜິດ, ຫຼົງເຊື່ອ ແລະ ສ້າງຄວາມເຊື່ອມເສຍໃຫ້ກັບອີທີແອລ. ສະນັ້ນ ອີທີແອລ ຈຶ່ງຂໍແຈ້ງໃຫ້ຊາບວ່າເຮົາບໍ່ມີແພັກເກດດັ່ງກ່າວ, ໃຫ້ລະວັງ ແລະ ບໍ່ຫຼົງເຊື່ອໃນສິ່ງທີ່ເພຈດັ່ງກ່າວໂຄສະນາ.
ດັ່ງນັ້ນ ແຈ້ງເຖິງລູກຄ້າສາມາດຕິດຕາມຂໍ້ມູນຂ່າວສານໂດຍກົງທີ່ຖືກຕ້ອງແນ່ນອນຈາກເພຈຂອງອີທີແອລເທົ່ານັ້ນ, ຫຼື ໂທສອບຖາມໂດຍກົງທີ່ເບີ 135 ໄດ້ຕະຫຼອດ 24ຊົ່ວໂມງ.