
ຄັກສຸດ ເຮັດເຕົາເຜົາຖ່ານຈາກຊີເມັນ ແບບປະຢັດຕົ້ນທຶນ
30th April 2020ເຜີຍໄອເດຍ ເຕົາເຜົາຖ່ານຈາກບໍ່ຊີເມັນ ຕົ້ນທຶນຕ່ຳ ເຮັດງ່າຍ ໄດ້ຜົນເກີນຄາດ ດ້ວຍເສດຖະກິດປັດຈຸບັນເຮັດໃຫ້ຫຼ່າຍທ່ານເລີ່ມເບິ່ງຫາລາຍໄດ້ເສີມດ້ານອື່ນໆກັນຫຼາຍຂຶ້ນ, ມື້ນີ້ຂໍສະເໜີອີກໜຶ່ງໄອເດຍທີ່ສາມາດສ້າງລາຍໄດ້ເພີ່ມໃຫ້ແກ່ທຸກທ່ານ
ຄືການເຮັດເຕົາຖ່ານຈາກບໍ່ຊີເມັນນັ້ນເອງ ໂດຍສູດນີ້ໄດ້ໄອເດຍມາຈາກພູມປັນຍາຊາວບ້ານ ຈາກພໍ່ໂຈນ ຈັນໄດ ຝັ່ງໄທ
ເລີ່ມຈາກການຂຸດຫຼຸມໃຫ້ເລິກປະມານ 30 ຊັງຕີແມັດ ແລ້ວຫາວົງບໍ່ຊີເມັນມາວາງໄວ້ໃນຫຼຸມ 2 ບໍ່ຕໍ່ກັນ
.
ແລ້ວຢ່າລືມຮອງພື້ນດ້ວຍເສົາປູນເພື່ອເປັນຖານໃຫ້ກັບບໍ່
ຈາກນັ້ນໃຫ້ປັ້ນດິນທີ່ຂຸດອອກອ້ອມໄປບ່ອນວົງຊີເມັນ
ນຳໄມ້ໃຜ່ມາຮຽງຕໍ່ກັນເພື່ອກັ້ນດິນໄວ້ ດັງຮູບ
ເລີ່ມລອງໃຊ້ກັນເລີຍ ຈຸດໄຟທີ່ສ່ອງຫວ່າງດ້ານລຸ່ມທີ່ໃຊ້ເສົາປູນເປັນຖານ ແລ້ວເຮັດກ່ຳນໃສ່ໄມ້ດິບລົງໄປ
ເລີ່ມເຜົາແລ້ວຖ້າຈົນບໍ່ມີຄວັນອອກມາຈາກປ່ອງຄວັນແລ້ວເປັນອັນແລ້ວຮຽບຮ້ອຍ.
ໄດ້ຖ່ານດຳສົມໃຈຕິດໄຟງ່າຍຈາກເຕົາທີ່ມີປະສິດທິພາບຈາກທີ່ເຮົາເຮັດເອງແລ້ວສາມາດເຮັດຂາຍເປັນອາຊີບໄດ້ເລີຍ
ຈາກ: kaijeaw.com,แนวทางเกษตร เกร็ดความรู้g8qk