
ຜົນກອງປະຊຸມກຳນົດ! ນັກສຶກສາປີສຸດທ້າຍ ອາດຈະໄດ້ເລີ່ມເຂົ້າຮຽນ 18 ພຶດສະພາ
30th April 2020ກະຊວງສຶກສາທິການ ແລະ ກີລາ ໄດ້ປະຊຸມປຶກສາຫາລືກ່ຽວກັບແຜນການເປີດຮຽນຄືນໃໝ່ຂອງຂະແໜງການສຶກສາ ແລະ ກີລາ, ເຊິ່ງມີການກໍານົດເວລາເປີດຮຽນຂອງໂຮງຮຽນ, ສະຖານສຶກສາຕ່າງໆໃນທົ່ວປະເທດ ໂດຍແບ່ງອອກເປັນ ຫຼາຍໄລຍະນໍາກັນ.
ພາບປະກອບເທົ່ານັ້ນ
ອີງຕາມມະຕິກອງປະຊຸມປຶກສາຫາລືກ່ຽວກັບແຜນການເປີດຮຽນຄືນໃໝ່ຂອງຂະແໜງການສຶກສາ ແລະ ກີລາ, ກະຊວງສຶກສາອິການ ແລະ ກີລາ ສະບັບເລກທີ 1251/ສສກ, ລົງວັນທີ 30 ເມສາ 2020 ໄດ້ກໍານົດໃຫ້ຮູ້ດັ່ງລຸ່ມນີ້:
1 ຂະແໜງສຶກສາ ແລະ ກີລາ ອາດຈະໄດ້ເປີດຮຽນໃນສາຍສາມັນສຶກສາ, ສ້າງຄູ, ອະຊີວະສຶກສາ, ການສຶກສາຊັ້ນສູງ ແລະ ການສຶກສາສົງ ໃນວັນທີ 18 ພຶດສະພາ 2020 ສໍາລັບນັກຮຽນປີສຸດທ້າຍໝາຍເຖິງ ປ5, ມ4, ມ7 ແລະ ປີສຸດທ້າຍຂອງບັນດາວິທະຍາໄລ, ມະຫາວິທະຍາໄລຈົນເຖິງກາງເດືອນກໍລະກົດ
2 ສໍາລັບຫ້ອງອື່ນໆນອກຈາກປີສຸດທ້າຍນັ້ນ ແມ່ນຈະເລີ່ມຮຽນໃນວັນທີ 2 ມິຖຸນາ 2020 ເປັນຕົ້ນໄປຈົນເຖິງທ້າຍເດືອນກໍລະກົດ
3 ສໍາລັບການສຶກສາກ່ອນໄວຮຽນຈະໄດ້ໂຈະການຮຽນ-ການສອນຕະຫຼອດສົກຮຽນນີ້
4 ສໍາລັບກີລາກາງແຈ້ງ ແລະ ກີລາໃນຮົ່ມ ແມ່ນໃຫ້ປະຕິບັດຕາມເງື່ອນໄຂຂອງຄະນະສະເພາະກິດຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຕາມຂັ້ນຄຸ້ມຄອງ.
5 ໃຫ້ສະຖານສຶກສາທັງພາກລັດ ແລະ ເອກະຊົນ ທີ່ມີເງື່ອນໄຂຈັດການຮຽນ-ການສອນທາງໄກ ແລະ ແບບອອນລາຍ ສືບຕໍ່ຈັດຕັ້ງປະຕິບັດການຮຽນ-ການສອນໄປຈົນໝົດຫຼັກສູດຂອງຕົນເອງ.
6 ໃຫ້ສະຖານສຶກສາສືບຕໍ່ປະຕິບັດມາດຕະການຂອງຄະນະສາະເພາະກິດແຫ່ງຊາດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວວິດ-19 ເຊັ່ນ: ຮັກສາໄລຍະຫ່າງທາງສັງຄົມ, ຈັດໃຫ້ມີບ່ອນລ້າງມື, ຜ້າອັດປາກ-ດັງ, ເພື່ອຮັບປະກັນຄວາມປອດໄພຂອງນັກຮຽນນັກສຶກສາ, ຄູອາຈານ ແລະ ຜູ້ບໍລິຫານການສຶກສາ ແລະ ກີລາທຸກຂັ້ນ.
7 ຕາມການສະເໜີຂອງສະມາຄົມການສຶກສາພາກເອກະຊົນ ກະຊວງສຶກສາທິການ ແລະ ກີລາ ເຫັນໄດ້ສະພາບຄວາມຫຍຸ້ງຍາກຂອງພໍ່ແມ່ຜູ້ປົກຄອງ, ຄູ-ອາຈານ ແລະ ສະຖານການສຶກສາພາກເອກະຊົນຈຶ່ງໄດ້ອອກແຈ້ງການສະບັບເລກທີ 1185/ຫກ ລົງວັນທີ 24 ເມສາ 2020, ວ່າດ້ວຍການຈ່າຍເງິນເດືອນຄູ-ອາຈານ, ພະນັກງານ ແລະ ການຈ່າຍພັນທະຄ່າຮຽນ ຂອງສະຖາບັນການສຶກສາພາກເອກະຊົນ ໃນຂອບເຂດທົ່ວປະເທດ.
ຜ່ານການລາຍງານຂອງສະມາຄົມການສຶກສາພາກເອກະຊົນ ເຫັນວ່າສະຖານສຶກສາພາກເອກະຊົນ ມີຫຼາຍລະດັບ ແລະ ໄດ້ຮັບຜົນກະທົບແຕກຕ່າງກັນ. ດັ່ງນັ້ນ ກອງປະຊຸມຈຶ່ງເຫັນດີມອບໃຫ້ສະມາຄົມການສຶກສາພາກເອກະຊົນ ປຶກສາຫາລືກັບບັນດາຜູ້ປະກອບການ ເພື່ອປະສານສົມທົບກັບພໍ່ແມ່ຜູ້ປົກຄອງ ແລະ ຄູອາຈານ ເພື່ອຊອກຫາທາງອອກທີ່ເໝາະສົມຮ່ວມກັນຕາມແຕ່ລະກໍລະນີ.
ຢ່າງໃດກໍຕາມມື້ເປີດຮຽນຄືນໃໝ່ທີ່ແນ່ນອນ ຍັງຕ້ອງລໍຖ້າການອະນຸມັດເຫັນດີຈາກລັດຖະບານ ເຊິ່ງຈະມີແຈ້ງການອອກມາຢ່າງເປັນທາງການອີກຄັ້ງ.