
ອົດໃຈລໍ! ບໍ່ເກີນປີໜ້າ ໄດ້ໃຊ້ບໍລິການແນ່ນອນ ກະເສມຣາດ ຄວາມຫວັງໃໝ່ໂຮງໝໍສຸດທັນສະໄໝໃນລາວ
4th May 2020ໂຮງໝໍກະເສມຣາດ ອິນເຕີເນຊັ້ນແນວ ວຽງຈັນ ທີ່ມີງົບປະມານການລົງທຶນເຖິງ 480 ຕື້ກີບ ດ້ວຍຄວາມໃຫຍ່ 254 ຫ້ອງນອນ ຕອນນີ້ກຳມະກອນວິຊາການກຳລັງເລັ່ງມືຢ່າງເຕັມທີ່ໃຫ້ທັນແລ້ວພາຍໃນປີນີ້ ແລະເປີດບໍລິການສັງຄົມຢ່າງເປັນທາງການຕົ້ນປີໜ້າ.
ໂຮງໝໍກະເສມຣາດ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາ ປີ 2018 ໂດຍແບ່ງອອກເປັນ 2 ໄລຍະການກໍ່ສ້າງ, ດ້ານງົບລົງທຶນ 60 ລ້ານໂດລາສະຫະລັດ ຫຼື ປະມານ 480 ຕື້ກີບ, ມີອາຄານທັງໝົດ 4 ຫຼັງ ມີ 38 ຫ້ອງກວດ, 254 ຕຽງນອນ, ເຈົ້າຂອງໂຄງການຢືນຢັນທ້າຍປີ 2020 ນີ້ຈະໃຫ້ສຳເລັດ ແລະ ຄາດວ່າຈະເປີດໃຫ້ບໍລິການຕົ້ນປີ 2021.
ທ່ານ ນາງ ວາລີ ເວດສະພົງ ຜູ້ຮ່ວມລົງທຶນຝ່າຍລາວ ກ່າວວ່າ: ປັດຈຸບັນການກໍ່ສ້າງໂຮງໝໍກະເສມຣາດ ອິນເຕີເນຊັນນອລ ຮັອສປີໂຕລ ວຽງຈັນ ຫຼື Kasemrad International Hospital Vientiane ( KIHV ) ແມ່ນມີຄວາມຄືບໜ້າປະມານ ຫຼາຍພໍສົມຄວນ ເຊິ່ງມັນຈະຊ້າໃນຂັ້ນຕອນກໍ່ສ້າງຖານ ແລະ ລະບົບປັດຈຸບັນວຽກສ່ວນນີ້ແມ່ນສຳເລັດແລ້ວ ຄາດວ່າປີ 2020 ນີ້ແນວໃດກໍຈະໃຫ້ແລ້ວທັງໝົດ.
ພາຍຫຼັງທີ່ການກໍ່ສ້າງສຳເລັດສົມບູນໃນທ້າຍປີ 2020 ຈະໃຊ້ເວລາປະມານ 3 ເດືອນ ໃນການທົດສອບລະບົບຕ່າງໆ ເຊັ່ນ: ລະບົບການບໍລິຫານຈັດການ, ພະນັກງານ, ລະບົບໄອທີ ລວມໄປເຖິງລະບົບທຸກຢ່າງໃນໂຮງໝໍແລ້ວຈຶ່ງເປີດໃຫ້ບໍລິການ ບໍ່ເກີນໄຕມາດທຳອິດຂອງປີ 2021.
ທ່ານກ່າວຕື່ມວ່າ: ໂຮງໝໍກະເສມຣາດ ຄາດວ່າຈະເປັນທາງເລືອກໜຶ່ງຂອງຜູ້ທີ່ມີສັກກະຍະພາບໃນການໃຊ້ຈ່າຍ ຫຼື ຜູ້ມີລາຍຮັບສູງ ໂດຍສະເພາະແມ່ນຜູ້ທີ່ມັກໄປປິ່ນປົວຢູ່ຕ່າງປະເທດ, ລາຄາກໍຈະບໍ່ແພງເກີນໄປ, ທີ່ແນ່ນອນຫາກຈຸດໃດມີໂຮງໝໍເກີດຂຶ້ນ ເຂດນັ້ນກໍຈະມີການພັດທະນາຂຶ້ນມາທັນທີ ເປັນຕົ້ນແມ່ນບັນດາ SME ກໍຈະເກີດຂຶ້ນເຊັ່ນດຽວກັນກັບກະເສມຣາດ ເມື່ອໃດເປີດບໍລິການມັນກໍຈະຊ່ວຍສ້າງ ຄວາມເຊື່ອໝັ້ນໃຫ້ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດທີ່ຈະມາເຮັດວຽກ ຫຼື ເຮັດທຸລະກິດຢູ່ລາວນັບມື້ຫຼາຍຂຶ້ນ.
ທ່ານໃຫ້ຮູ້ຕື່ມວ່າ: ສ່ວນບຸກຄະລາກອນໃນເບື້ອງຕົ້ນ ຈະນໍາເຂົ້າຊ່ຽວຊານຈາກຕ່າງປະເທດ ແລະ ອາດຈະໃຊ້ເວລາຫຼາຍປີພໍສົມຄວນຈົນ ກວ່າຈະສ້າງຊ່ຽວຊານທີ່ເປັນຄົນລາວໄດ້, ໂຮງໝໍກະເສມຣາດ ຈະໃຫ້ບໍລິການດ້ານສຸຂະພາບແບບຄົບວົງຈອນທີ່ເປັນລະບຽບອາຊຽນ ເພື່ອບັນລຸເປົ້າໝາຍໃຫ້ໄດ້ມາດຕະຖານ ເຈຊີໄອ.
ກະເສມຣາດ ຕັ້ງຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ເຊິ່ງຈະດຳເນີນການກໍ່ສ້າງໂດຍການຮັບຮອງ ມາດຕະຖານຄຸນນະພາບ ສະຖານພະຍາບານລະດັບສາກົນ ຫລື JCI ແລະ ຈາກສະຖາບັນສະຖາປະນິກອາເມລິກັນ (AIA), ໃນດ້ານການໃຫ້ບໍລິການຈະປະກອບດ້ວຍ: ການບໍລິການຜູ້ປ່ວຍນອກ, ການບໍລິການຜູ້ປ່ວຍອຸບັດເຫດສຸກເສີນ, ການບໍລິການຜູ້ປ່ວຍວິກິດ, ການບໍລິການຜູ້ປ່ວຍໃນ ແລະ ຂະແໜງສະໜັບສະໜູນ ທາງດ້ານການແພດອື່ນໆ ດ້ວຍເຄື່ອງມືທີ່ທັນສະໄໝຄວບຄູ່ກັບຊ່ຽວຊານການແພດທີ່ເຊື່ອຖືໄດ້.