
ຂ່າວດີເຖິງສະມາຊິກຊາວໜຸ່ມທົ່ວປະເທດ ຮ່ວມແຂ່ງຂັນຂຽນບົດຄວາມໃນຫົວຂໍ້ ຈົດໝາຍຈາກຕົວຂ້ອຍໃນປີ 2030
7th May 2020ເປັນໂອກາດດີສໍາລັບຊາວສະມາຊິກຊາວໜຸ່ມໃນທົ່ວປະເທດ ຜູ້ທີ່ມີຄວາມມັກຮັກໃນການຂີດຂຽນ ບົດຄວາມຕ່າງໆ ໃນການເປີດໂອກາດໃຫ້ບົດຄວາມຂອງຕົນເອງເຜີຍແຜ່ອອກາສູ່ສາຍຕາມວນຊົນ ແລະ ຊິງເງິນລາງວັນກັບເຮືອນຈໍານວນ 1ແສນເຢັນ ຈາກໂຄງການປະກວດການຂຽນບົດຄວາມເຂົ້າຮ່ວມແຂ່ງຂັນປະຈຳປີ 2020 ໃນຫົວຂໍ້ ຈົດໝາຍຈາກຕົວຂ້ອຍໃນປີ 2030 ( A letter from myself in 2030).
ອີງຕາມແຈ້ງການຂອງຫ້ອງການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລື່ອງ ການຂຽນບົດຄວາມເຂົ້າຮ່ວມແຂ່ງຂັນປະຈຳປີ 2020 ໃນຫົວຂໍ້ ຈົດໝາຍຈາກຕົວຂ້ອຍ ໃນປີ 2030 ( A letter from myself in 2030)ເຖິງ ສະມາຊິກຊາວໜຸ່ມ ໃນຂອບເຂດທົ່ວປະເທດ ສະບັບເລກທີ 297/ຫກ, ລົງວັນທີ 6 ພຶດສະພາ 2020 ເພື່ອຊິງເງິນລາງວັນສູງສຸດເຖິງ 1ແສນເຢັນ.
ເຊິ່ງລາງວັນທີ່ຈະໄດ້ຮັບລວມມີ ລາງວັນທີ 1 ໄດ້ຮັບໃບຢັ້ງຢືນ ແລະ ເງີນມູນຄ່າ 100,000 ເຢັນ (ສະກຸນເງີນຍີ່ປຸ່ນ); ລາງວັນທີ 2 ໄດ້ຮັບໃບຢັ້ງຢືນ ແລະ ເງີນມູນຄ່າ 50,000 ເຢັນ (ສະກຸນເງີນຍີ່ປຸ່ນ) ແລະ ລາງວັນທີ 3 ໄດ້ຮັບໃບຢັ້ງຢືນ ແລະ ຂອງລາງວັນ ມີ 5 ລາງວັນ. ໂດຍກຳນົດສົ່ງບົດຄວາມເລີ່ມມື້ນີ້ ຈົນຮອດ 15 ມິຖຸນາ 2020 ສ່ວນລາຍລະອຽດອື່ນໆໃຫ້ຕິດຕາມອ່ານໄດ້ໃນແຈ້ງການ ຫຼື ສອບຖາມຂໍ້ມູນເພີ່ມຕື່ມໂທ 021 416727.