
ດ່ວນ! ເກີດເຫດສະຫຼົດເຈາະບໍ່ຫີນ ຫີນໂຢດທັບແຮງງານເສຍຊີວິດ 4ຄົນ ຢູ່ສາລະວັນ
10th May 2020ຊ່ວງນີ້ ບໍ່ຮູ້ວ່າເກີດຫຍັງຂຶ້ນ ປະຊາຊົນຄົນລາວພົບພໍ້ແຕ່ຄວາມສູນເສຍ ທັງຊັບສິນ ແລະ ຊິວິດ ພ້ອມຍັງຕ້ອງຕໍ່ສູ້ກັບວິກິດຈາກໂຄວິດ-19 ລະບາດນໍາອີກ ແຕ່ເຫດການທີ່ເກີດຂຶ້ນມື້ນີ້ສຸດສະເທືອນໃຈແຮງ ມີຫີນຖະຫຼົ່ມທັບປະຊາຊົນເສຍຊີວິດຢູ່ສາລະວັນ 4ຄົນ.
ໂດຍຜູ້ໃຊ້ເຟສບຸກຊື່ Loth souksavanh ໄດ້ອອກມາໂພສພາບພ້ອມຂໍ້ຄວາມລະບຸວ່າ: ເຫດຮ້າຍ ວັນທີ 10 ພຶດສະພາ 2020 ເຈາະບໍ່ຫີນ ຫີນໂຢດທັບ ເສຍຊີວິດຄາທີ່ 3ສົບ ກໍາລັງມາໂຮງໝໍອີກ 1ສົບ ເປັນ 4ສົບ ບາດເຈັບສາຫັດອີກ 2 ລາຍລະອຽດເພີ່ມເຕີມຈະແຈ້ງຕື່ມພາຍຫຼັງ ພ້ອມຂໍສະແດງຄວາມເສຍໃຈນໍາເດີ້.
ເຊິ່ງເຫດການດັ່ງກ່າວແມ່ນເກີດຂຶ້ນຢູ່ ທາງເລກທີ25 ບ້ານຫວ້ຍງົວ ເມືອງຕະໂອ້ຍ ແຂວງສາລະວັນ ເປັນບໍ່ຖ່ານຫີນຂອງໂຮງງານສີມັງສາລະວັນກາຊ້າງ. ແນວໃດກໍ່ຕາມແອັດມິນຂໍສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນດ້ວຍ.
ຜູ້ໂພສໃຫ້ຂໍ້ມູນ