
ດ້ວຍຄວາມອາໄລຍິ່ງ! ສູນກາງສະຫະພັນແມ່ຍິງລາວ ເຂົ້າວາງພວງມາລາ ອາດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ
12th May 2020ນັບເປັນຂ່າວເສົ້າທີ່ສຸດໃນໄລຍະນີ້ ທີ່ ສປປ ລາວ ໄດ້ສູນເສຍ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ວິລະຊົນແຫ່ງຊາດ, ນັກປະຕິວັດອາວຸໂສ ຜູ້ເສຍສະຫຼະຫຍາດເຫື່ອເພື່ອປະເທດຊາດ ທັງເປັນອາດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ຜູ້ນໍາທີ່ແສນເຄົາລົບຮັກຍິ່ງຂອງປວງຊົນລາວທັງຊາດ ໄດ້ຈາກໄປດ້ວຍໄວອາຍຸ 92 ປີ ໃນມື້ນີ້ ວັນທີ 12 ພຶດສະພາ 2020.
ເຊິ່ງແນ່ນອນວ່າຫຼາຍພາກສ່ວນຈະເຂົ້າມາມີສ່ວນຮ່ວມອາໄລການຈາກໄປຂອງວິລະຊົນແຫ່ງຊາດທ່ານນີ້ ແລະ ໜຶ່ງໃນນັ້ນແມ່ນສູນກາງສະຫະພັນແມ່ຍິງລາວ ໄດ້ເຂົ້າວາງພວງມາລາ ແລະ ຮ່ວມໂມທະນາທານນຳ ຄອບຄົວ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ອະດີດປະທານສູນກາງແນວລາວສ້າງຊາດ.
ດ້ວຍຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ